ສະພາແຫ່ງຊາດລາວ - ກຳປູເຈຍເພີ່ມທະວີການຮ່ວມມື

ສະພາແຫ່ງຊາດລາວ - ກຳປູເຈຍເພີ່ມທະວີການຮ່ວມມື - ảnh 1
(ພາບປະກອບ)

(vovworld) - ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານຄຳຜູຍ ປານີມາໄລທອງ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທີ່​ປຶກສາ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ, ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ​ໃນ​ລະຫວ່າງ​ວັນ​ທີ 11-15/1. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ກໍ່​ຄື​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ທຸກ​ດ້ານ​ຂອງ​ສະພາ​ແຫ່ງ​ຊາດ. ​ໃນ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ຄະນະ, ​ເມື່ອ​ວັນ​ທີ 12/1, ທ່ານຮອງ​ປະທານ​ຜູ້​ທີ 2 ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ງວນ​ແຍນ ​ໄດ້​ຕີລາຄາ​ສູງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ, ຍົກ​ສູງ​ຊີວິດ​ຂອງ​ປະຊາຊົນ, ​ເຊິ່ງພັກ, ລັດຖະບານ​ ​ແລະ ປະຊົນ​ລາວ​ຍາດ​ມາ​ໄດ້, ພ້ອມ​ທັງ​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບາດກ້າວ​ພັດທະນາ​ອັນ​ດີງາມ​ໃນ​ການ​ພົວພັນ​ຮ່ວມ​ມື​ກຳປູ​ເຈຍ - ລາວ ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ການ​ຄ້າ ​ແລະ ວັດທະນະທຳ​ໄລຍະ​ຜ່ານມາ. ທ່ານ​ສະ​ເໜີ​ໃຫ້​ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ເຂົ້າກຳ​ປູ​ເຈຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ