ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ໜ່ວຍກ່ຽວກັບບັນດາຮ່າງກົດໝາຍ
(ພາບປະກອບ: baogiaothong.vn)
(vovworld) - ຕອນເຊົ້າວັນທີ 11/11, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍທາງລົດໄຟ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການຖ່າຍຖອດເຕັກໂນໂລຊີ (ສະບັບປັບປຸງ). ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຖືວ່າ, ຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍການຖ່າຍຖອດເຕັກໂນໂລຊີ (ສະບັບປັບປຸງ) ເພື່ອຫັນແນວທາງປ່ຽນໃໝ່ຂອງພັກ, ລັດກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີເປັນລະບອບລະບຽບການຢ່າງທັນການ, ຖືວິສາຫິດເປັນໃຈກາງຂອງການປ່ຽນໃໝ່, ນຳໃຊ້ ແລະ ຖ່າຍຖອດເຕັກໂນໂລຊີສູງເພື່ອຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ແລະ ປົກປັກຮັກສາສິ່ງແວດລ້ອມ… ພ້ອມທັງ, ຄວບຄຸມການມອບສົ່ງເຕັກໂນໂລຊີຈາກຫວຽດນາມ ໄປຕ່າງປະເທດເທື່ອລະກ້າວໃຫ້ເໝາະສົມກັບເງື່ອນໄຂຂອງຫວຽດນາມ ແລະ ຕອບສະໜອງຄວາມຮຽກຮ້ອງໃນການເຊື່ອມໂຍງເຂົ້າກັບສາກົນ. ປະກອບຄຳເຫັນກ່ຽວກັບຂໍ້ກຳນົດການຖ່າຍຖອດເຕັກໂນໂລຊີໃນຂົງເຂດຜະລິດກະສິກຳ, ບັນດາສະມາຊິກສະພາແຫ່ງຊາດສະເໜີເພີ່ມເຕີ່ນໃສ່ຮ່າງກົດໝາຍທີ່ກຳນົດກ່ຽວກັບການມອບສົ່ງເຕັກໂຊໂລຊີໃນການຜະລິດກະສິກຳ ເພື່ອສ້າງເງື່ອນໄຂສະດວກໃຫ້ການຖ່າຍຖອດເຕັກໂນໂລຊີ, ນຳໃຊ້ບັນດາໝາກຜົນແຫ່ງການຄົ້ນຄວ້າເຂົ້າການຜະລິດໂດຍໄວ.