(vovworld) - ວັນທີ 21/07, ສະພາແຫ່ງຊາດອີຣານ ສ້າງຕັ້ງຄະນະກຳມາທິການພິເສດ ລວມມີ 15 ສະມາຊິກ ເພື່ອແນໃສ່ພິຈາລະນາຂໍ້ຕົກລົງນິວເຄຼຍເຊິ່ງປະເທດນີ້ບັນລຸໄດ້ກັບກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໃນສັບປະດາກ່ອນ. ຕາມລັດຖະທຳມະນູນອີຣານແລ້ວ, ສະພາແຫ່ງຊາດມີສິດປະຕິເສດບໍ່ວ່າຂໍ້ຕົກລົງໃດໆ, ນັບທັງຂໍ້ຕົກລົງໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດເຈລະຈາ. ເຖິງແນວນັ້ນກໍຕາມ, ເລື່ອງບັນດານັກສ້າງກົດໝາຍປະຕິເສດຂໍ້ຕົກລົງນິວເຄຼຍຍາກທີ່ຈະເກີດຂຶ້ນ ຍ້ອນຂໍ້ຕົກລົງນີ້ໄດ້ຮັບການສະໜັບສະໜູນຈາກການນຳທາງຈິດໃຈສູງສຸດອີຣານ Ayatollah Ali Khamenei. ປະຈຸບັນ, ຍັງບໍ່ທັນຮູ້ໄດ້ວ່າ ຄະນະກຳມາທິການດັ່ງກ່າວຈະຍົກອອກຄຳຖະແຫຼງເປັນທາງການ ຫຼື ດຳເນີນການປ່ອນບັດພາຍຫຼັງດຳເນີນການຕີລາຂໍ້ຕົກລົງ.