ສະພາແຫ່ງຊາດຮັບຟັງໃບຍື່ນສະເໜີຂອງປະທານປະເທດກ່ຽວກັບການໃຫ້ເຊົາດຳລົງຕຳແໜ່ງນາຍົກລັດຖະມົນຕີ
ທ່ານປະທານປະເທດ ເຈີນດ້າຍກວາງ
(ພາບປະກອບ)
(vovworld) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ 13. ຕອນເຊົ້າວັນທີ 06/04 ສະພາແຫ່ງຊາດໄດ້ຮັບຟັງທ່ານປະທານປະເທດ ເຈີນດ້າຍກວາງ ອ່ານໃບຍື່ນສະເໜີໃຫ້ເຊົາດຳລົງຕຳແໜ່ງນາຍົກລັດຖະມົນຕີ. ຕາມໃບຍື່ນສະເໜີ, ທີ່ກອງປະຊຸມຄັ້ງປະຖົມມະເລີກ ສະພາແຫ່ງຊາດຊຸດທີ 13, ທ່ານ ຫງວຽນເຕີນຢຸງ, ກຳມະການກົມການເມືອງຊຸດທີ 11, ໄດ້ຮັບຄວາມໄວ້ວາງໄຈຈາກສະພາແຫ່ງຊາດເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ສສ.ຫວຽດນາມ, ທ່ານ ຫງວຽນເຕີນຢຸງ ຍາມໃດກໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ປະຈຸບັນ, ຍ້ອນຄວາມຮຽກຮ້ອງຕ້ອງການສັບຊ້ອນວຽກງານບຸກຄະລາກອນຂັ້ນສູງຂອງພັກ ແລະ ລັດ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ເພື່ອແນໃສ່ບູລະນະ ແລະ ປັບປຸງກົງຈັກລັດ ແລະ ວຽກງານພະນັກງານໃຫ້ຄົບຊຸດ, ທ່ານປະທານປະເທດຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາເຫັນດີໃຫ້ເຊົາດຳລົງຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານ ຫງວຽນເຕີນຢຸງ. ຕໍ່ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ຄະນະກ່ຽວກັບໃບຍື່ນສະເໜີໃຫ້ເຊົາດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງທ່ານປະທານປະເທດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍສຳຜັດຂໍ້ມູນຂ່າວສານ; ຮ່າງກົດໝາຍວ່າດ້ວຍການຢາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີມ…