ສະພາແຫ່ງຊາດເຢຍລະມັນໃຫ້ສັດຕະຍາບັນແຜນການເຂົ້າຮ່ວມການຕໍ່ສູ້ຕ້ານISຢູ່ຊີຣີ

ສະພາແຫ່ງຊາດເຢຍລະມັນໃຫ້ສັດຕະຍາບັນແຜນການເຂົ້າຮ່ວມການຕໍ່ສູ້ຕ້ານISຢູ່ຊີຣີ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 04/12, ສະ​ພາ​ແຫ່ງ​ຊາດ​ເຢຍ​ລະ​ມັນ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ແຜນ​ການ​ຜັນ​ຂະ​ຫຍາຍ​ພົນ​ທະ​ຫານ ແລະ ພາ​ຫະ​ນະ​ຂອງ​ປະ​ເທດນ​ີ້ ພ້ອມ​ກັນ​ເຂົ້າ​ຮ່ວມ​ພ້ອມ​ກັບ​ກຳ​ລັງ​ທະ​ຫານ​ປະ​ສົ​ມ​ຕ້ານ​ອົງ​ການ​ລັດ​ສິດ​ສະ​ລາມ (IS) ອ້າ​ງ​ຊື່​ເອງ ຢູ່​ຊີ​ຣີ. ຕາມນັ້ນ​ແລ້ວ, ເຢຍ​ລະ​ມັນ ຈະ​ຜັນ​ຂະ​ຫຍາຍ​ພົນ​ທະ​ຫານ​ຫຼາຍ​ສຸດ 1.200 ຄ​ົນ ພ້ອມ​ກັບ​ເຮືອ​ບິນ​ສອດ​ແນມ 6 ລຳເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຕ້ານ IS ຢູ່​ຊີ​ຣີ. ເຢຍ​ລະ​ມັນ ຈ​ະ​​ຈັດ​ສົ່ງ​ເຮືອ​ບິນຕໍ່​ເ​ຊື້ຶ້ອ​ໄຟ, ກ່ຳ​ປັ່ນ​ສູ​້​ຮົບ​ລຳ​ໜຶ່ງ ປະ​ຕິ​ບັດ​ໜ້າ​ທີ່ປ້ອງ​ກັນ​ກ່ຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ Charles de Gaulle ຂອງ​ຝ​ລັ່ງ ຢູ່ທະ​ເລ​​ເມ​ດີເຕ​ຣາ​ເນ, ພ້ອມ​ທັງ​ໜູນ​ຊ່ວຍ​ດ້ານ​ເຕັກ​ໂນ​ໂລ​ຊີ​ດາວ​ທຽມ ເພື່ອ​ຮັບ​ຂໍ້​ມູນ​ສືບ​ລາ​ຊະ​ການ​ລັບ​ກ່ຽວ​ກັບ IS.

ຂ່າວ/ບົດ​ອື່ນ