ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຂໍ​້​ຕົກ​ລົງຫຼີກ​ລ້ຽງ​ການ​ປ​ິດ​ປະ​ຕູ​ລັດ​ຖະ​ບານ

(VOVWORLD) - ຂໍ້ຕົກລົງສະບັບໃໝ່ໄດ້ປະກາດບໍ່ລວມມີບັນດາມາດຕາເລືອກຕັ້ງ ແລະ ພຽງແຕ່ຕໍ່ກຳນົດການອຸປະຖຳໃຫ້ແກ່ລັດຖະບານສະຫະລັດ ຮອດວັນທີ 20 ທັນວາ.
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຂໍ​້​ຕົກ​ລົງຫຼີກ​ລ້ຽງ​ການ​ປ​ິດ​ປະ​ຕູ​ລັດ​ຖະ​ບານ - ảnh 1ກອງປະຊຸມຂອງສະພາຕ່ຳອາເມລິກາ ຢູ່ວໍຊິງຕັນ ດີຊີ (ພາບ: AFP/TTXVN)

ວັນທີ 22 ກັນຍາ, ບັນດາການນຳສະພາແຫ່ງຊາດ ອາເມລິກາ ໄດ້ປະກາດຂໍ້ຕົກລົງຕໍ່ກຳນົດເວລາການອຸປະຖຳໃຫ້ແກ່ລັດຖະບານສະຫະລັດ ຈົນຮອດກາງເດືອນທັນວາ, ສະກັດກັ້ນຄວາມສ່ຽງປິດປະຕູລັດຖະບານສະຫະລັດ ໃນວັນທີ 30 ກັນຍາ, ພຽງແຕ່ 1 – 2 ອາທິດກ່ອນການເລືອກຕັ້ງປະທານາທິບໍດີ. ຂໍ້ຕົກລົງສະບັບໃໝ່ໄດ້ປະກາດບໍ່ລວມມີບັນດາມາດຕາເລືອກຕັ້ງ ແລະ ພຽງແຕ່ຕໍ່ກຳນົດການອຸປະຖຳໃຫ້ແກ່ລັດຖະບານສະຫະລັດ ຮອດວັນທີ 20 ທັນວາ. ຮ່າງກົດໝາຍເຊິ່ງສະພາຕ່ຳຄາດຄະເນຈະປ່ອນບັດໃນອາທິດນີ້ ກໍ່ຈະເພີ່ມເຕີມ 231 ລ້ານ USD ໃຫ້ແກ່ອົງການກົດລັບ ອາເມລິກາ, ດ້ວຍລະດັບເພີ່ມຂຶ້ນທີ່ໃຫຍ່ຫຼວງພາຍຫຼັງ ເຫດລອບສັງຫານ ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump, ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ 2 ຄັ້ງ. ຮ່າງກົດໝາຍກໍ່ຈະສະໜອງເງິນເປັນຈຳນວນ 47 ລ້ານ USD ເພື່ອອຸປະຖຳເພີ່ມເຕີມໃຫ້ແກ່ການປ້ອງກັນຄວາມໝັ້ນຄົງຢູ່ນະຄອນຫຼວງ ວໍຊິງຕັນ ໃນພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໃນຕົ້ນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ