ສະມັດຊາໃຫຍ່ສະຫະປະຊາຊາດ ດຳເນີນກອງປະຊຸມພິເສດວິສາມັນ

(VOVWORLD) - ຕອນເຊົ້າວັນທີ 21 ທັນວາ (ຕາມເວລາ ນິວຢອກ) ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມພິເສດວິສາມັນ ເພື່ອປ່ອນບັດໃຫ້ຮ່າງມະຕິຮຽກຮ້ອງ ອາເມລິກາ ຖອນຄືນຖະແຫຼງການຮັບຮອງເອົາ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ.
ສະມັດຊາໃຫຍ່ສະຫະປະຊາຊາດ ດຳເນີນກອງປະຊຸມພິເສດວິສາມັນ - ảnh 1 ສະມັດຊາໃຫຍ່ສະຫະປະຊາຊາດ ດຳເນີນກອງປະຊຸມພິເສດວິສາມັນ (ພາບ: AFP/TTXVN)

ຕາມໝາກຜົນແລ້ວ ຮ່າງມະຕິໄດ້ຮັບການຮັບຮອງເອົາດ້ວຍບັດສະໜັບສະໜູນ 128 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ 35 ບັດ.

        ກອງປະຊຸມແກ່ຍາວເປັນເວລາ 2 ຊົ່ວໂມງ, ຜູ້ຕາງໜ້າຫລາຍປະເທດໄດ້ມີບົດກ່າວປາໄສເນັ້ນໜັກເຖິງເລື່ອງຕ້ອງການຮັກສາສະພາບເດີມຂອງ Jerusalem ໄວ້ ຕາມເນື້ອໃນຈິດໃຈ ບັນດາມະຕິຂອງ ສະຫະປະຊາຊາດ ແລະ ຊຸກຍູ້ວິວັດທະນາການສັນຕິພາບຕາເວັນອອກກາງ ໂດຍຜ່ານການເຈລະຈາໂດຍກົງລະຫວ່າງຊາວ ອິດສະລາແອັນ ແລະ ຊາວ ປາແລັດສະຕິນ.

        ໂຄສົກຂອງປະທານາທິບໍດີ ປາແລັດສະຕິນ ທ່ານ Abu Rdainah ຊົມເຊີຍການປ່ອນບັດດັ່ງກ່າວ ແລະ ຖະແຫຼງວ່າ: “ການປ່ອນບັດນີ້ ແມ່ນໄຊຊະນະໃຫ້ ປາແລັດສະຕິນ”. ກົງກັນຂ້າມ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ສະແດງການຄັດຄ້ານສຳລັບການປ່ອນບັດຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ຊົມເຊີຍເລື່ອງ ສະມັດຊາໃຫຍ່ ສະຫະປະຊາຊາດ ຮັບຮອງເອົາຮ່າງມະຕິ, ພ້ອມທັງ ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ Donald Trump ປີ້ນຄືນເນື້ອໃນຂໍ້ຕົກລົງທີ່ຮັບຮອງເອົາ Jerusalem ເປັນນະຄອນຫລວງ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ