ສະມາຄົມຫວຽດນາມ-ເອເມລິກາຈັດຕັ້ງການໂອ້ລົມສົນທະນາ “ ວິໄສທັດໃໝ່ໃຫ້ແກ່ການຮ່ວມມືຫວຽດນາມ-ອາເມລິກາ”

ສະມາຄົມຫວຽດນາມ-ເອເມລິກາຈັດຕັ້ງການໂອ້ລົມສົນທະນາ “ ວິໄສທັດໃໝ່ໃຫ້ແກ່ການຮ່ວມມືຫວຽດນາມ-ອາເມລິກາ” - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ຳ​ມະ​ນາ
(ພາບ: dangcongsan.vn)

(vovworld) –ວັນ​ທີ 16/4, ຢູ່​ຮ່າ​ໂນ້ຍ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ, ຂຶ້ນ​ກັບ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາ​ມ ​ໄດ້​ຈັດ​ຕັ້ງ​​ການໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້ວ່າ “ ວິ​ໄສ​ທັດ​ໃໝ່​ໃຫ້​ແກ່ການ​ຮ່ວມ​ມື​ຫວຽດນາມ-​ອາ​ເມ​ລິ​ກາ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ບັນດາ​​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາ​ມ - ອາ​ເມ​ລິ​ກາ. ​ເຂົ້າ​ຮ່ວມການ​ໂອ້​ລົມ​ສົນທະນາ ມີ​ສະມາຊິກ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ຫຼາຍ​ທ່ານ ​ແລະ ຄະນະຜູ້​ແທນທະຫານ​ຜ່ານ​ເສິກ​ເພື່ອ​ສັນຕິພາບ (VFP) ຂອງ ​ອາ​ເມ​ລິ​ກາ ປະກອບ​ດ້ວຍ 22 ທ່ານ, ​ເຊິ່ງລວມມີບັນດາ​ທະຫານ​ຜ່ານ​ເສິກ​ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຫວຽດນາມ, ສາດສະດາຈານ​ມະຫາວິທະຍາ​ໄລ, ນັກຄົ້ນຄວ້າຊີວະວິທະຍາ​, ນັກ​ຖ່າຍ​ຮູ​ບ ​ແລະ ອື່ນໆ.

          ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ  ຫວູຊວນ​ຮົ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ຄັ້ງ​ນີ້ ຂອງ VFP ກໍ່​ຄື​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສະໜັບສະໜູນ​ຈາກ​ບັນດາ​ສະມາ​ຊິກ​ໃນ​​ຄະນະ ທີ່​ມີ​ຕໍ່​ການ​ສ້າງການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ທ່ານ​ປະ​ທານ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ຫງວຽນ​ເຕີມ​ຈຽນ ເນັ້ນ​ໜັກ​ວ່າ: ປີ 2015 ​ແມ່ນ​ປີ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທີ່​ການ​ໂອ້​ລົມ​ສົນທະນາ ບັນດາ​ສະມາຊິກ​ໄດ້​​ແບ່ງປັນ ​ແລະ ຕີ​ລາຄາ​ກ່ຽວ​ກັບ​ແງ່​ຫວັງການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ປະ​ຈຸ​ບັນ ​ແລະ ອະນາຄົດ.

 


ຂ່າວ/ບົດ​ອື່ນ