ສະມາຊິກສະພາຕໍ່າ ອາເມລິກາ ຄັດຄ້ານ ຂໍ້ຕົກລົງຮັບຮອງເອົາ ຮ່າງກົດໝາຍສິດທິມະນຸດຫວຽດນາມ

ສະມາຊິກສະພາຕໍ່າ ອາເມລິກາ ຄັດຄ້ານ ຂໍ້ຕົກລົງຮັບຮອງເອົາ ຮ່າງກົດໝາຍສິດທິມະນຸດຫວຽດນາມ - ảnh 1
( ທ່ານ Eni Faleomavaega ສະມາຊິກ​ສະພາ​​ຕໍ່າ)

(vovworld) - ວັນ​ທີ 28/06, ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະ​ຕາ​ຕໍ່າ ອາ​ເມ​ລິ​ກາ ​​ໄດ້​ຮັບຮອງ​​ເອົາ​ຮ່າງ​ກົດໝາຍວ່າ​ດ້ວຍ​ສິດ​ທິມະນຸດ​ຫວຽດນາມປີ 2013 (H.R.1897), ຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມລິ​ກາ ນຳ​ບັນດາ​​ເງື່ອນ​ໄຂກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ປະຊາທິປະ​ໄຕ​ຕິດ​ພັນ​ກັບ​ການ​ຊ່ວຍ​ເຫຼືອ​ປອດມະນຸດສະທຳ​ໃຫ້​ແກ່​ຫວຽດນາມ. ຮ່າງ​ກົດໝາຍ​ກໍ​ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ ຕ້ອງ​ມີ​ທ່າ​ທີ​ແຂ​ງກະ​ດາງ​ກວ່າ​ສຳລັບ​ຫວຽດນາມ ​ໃນ​ບັນດາ​ບັນຫາ​ສິດ​ທິມະນຸດ ​ແລະ ຄວາມ​ເສລີ​ໃນ​ເຊື່ອ​ຖື​ສາສະໜາ. ຫຼັງ​ຈາກ​ນັ້ນ, ສະມາຊິກ​ສະພາ​​ຕໍ່າ ທ່ານ Eni Faleomavaega, ສະມາຊິກ​ອະນຸ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ຕໍ່າ​ອາ​ເມ​ລິ​ກາ ຮັບຜິດຊອບ​ອາຊີ - ປາຊີ​ຝີ​ກ, ​ໄດ້​ອອກ​ຖະ​ແຫຼງການ​ຄັດຄ້ານຂໍ້​ຕົກລົງ​ດັ່ງກ່າວ​ໂດຍຊີ້​ແຈ້ງວ່າ ຮ່າງ​ກົດໝາຍ​ວ່າ​ດ້ວຍສິດ​ທິມະນຸດ​ຫວຽດນາມປີ 2013 ສ່ອງ​ແສງບໍ່​ຖືກຕ້ອງ, ຊັດ​ເຈນ​ກ່ຽວ​ກັບ​ສະພາບ​ການ​ຢູ່ຫວຽດນາມ ​ແລະ ຖືກ​ຜົນ​ສະທ້ອນຈາກ​ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ​ຫວຽດນາມ ທີ່​ຂາດ​ເຈດ​ຕະນາ​ດີກັບ​ລັດຖະບານ​ຫວຽດນາມ.ຖະ​ແຫຼ​ງການ​ຢືນຢັນ​ວ່າ ຍາມ​ໃດບັນດາ​ການ​ນຳ​ຫວຽດນາມ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ຫວຽດນາມ ​ແລະ ຊຸກຍູ້​ສິດ​ທິມະນຸດ. ຫວຽດນາມ ກໍ່​ພວມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ສິດທິ​ມະນຸດ​ຜ່ານ​ການ​ປັບປຸງ​ລະບົບ​ກົດໝາຍ ​ແລະ ບັນດາ​ສິດທາງ​ດ້ານ​ເສດຖະກິດ - ສັງຄົມ, ວັດທະນະທຳ. ທ່ານ Eni Faleomavaega ກໍ່​ໃຫ້​ຮູ​້ວ່າ ສະມາຊິກ​ສະພາ​ແຫ່ງ​ຊາດ Barbara Lee ​ໄດ້​ແນະນຳ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ (H.R.2519) ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ສິນ. ທ່ານ​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ຕ້ອງ​ຮັບຜິດຊອບ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ສິນນັບ 10 ລ້ານລິດ ​ໂດຍທະຫານ​ອາ​ເມ​ລິ​ກາຫວ່ານ​ລົງ​ຫວຽດນາມ ​ໃນ​ໄລຍະ​ສົງຄາມ, ​ເຮັດ​ໃຫ້ສາມັນຊົນ​ຫຼາຍ​ຄົນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ທາດ​ພິດ​ສີ​ສົ້ມດີ​ໂອ​ສິນ.
ຂ່າວ/ບົດ​ອື່ນ