ສະມາຊິກສະພາແຫ່ງຊາດມີຄວາມມຸ່ງຫວັງຕໍ່ປະທານສະພາແຫ່ງຊາດຍິງຜູ້ທຳອິດ
(ທ່ານ ເຈືອງຈ້ອງເຫງຍ ສະມາຊິກສະພາ
ແຫ່ງຊາດຄະນະນະຄອນໂຮ່ຈີມິນ)
(vovworld) - ພາຍຫລັງທ່ານນາງ ຫງວຽນທິກີມເງິນ ໄດ້ຮັບການແຕ່ງຕັ້ງເປັນປະທານສະພາແຫ່ງຊາດ ຫວຽດນາມ ດ້ວຍຈຳນວນບັດສະໜັບສະໜູນສູງ, ສະມາຊິກສະພາແຫ່ງຊາດຫລາຍທ່ານຖືວ່າ ນີ້ແມ່ນບາດລ້ຽວໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ຫວັງວ່າ: ໃນຖານະຕຳແໜ່ງໃໝ່, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຈະສຳເລັດໜ້າທີ່ເຊິ່ງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງມອບໝາຍໃຫ້. ທ່ານ ຫງວຽນແອງເຊີນ ຄະນະສະມາຊິກສະພາແຫ່ງຊາດ ນາມດິ້ງ ຖືວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບົດຮຽນທີ່ສະສົມມາໄດ້, ດ້ວຍຄຸນນະທາດດ້ານການເມືອງທີ່ໝັ້ນຄົງ ແລະ ຄວາມຮູ້ຢ່າງເລິກເຊິ່ງກ້ວາງຂວາງພໍສົມຄວນ ພິເສດແມ່ນໃນຂົງເຂດເສດຖະກິດ, ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານນາງປະທານສະພາແຫ່ງຊາດຄົນໃໝ່ ຈະສຳເລັດພາລະໜ້າທີ່ຂອງຜູ້ນຳສະພາແຫ່ງຊາດເປັນຢ່າງດີ. ພ້ອມທັງ ສືບທອດບັນດາໝາກຜົນ, , ບັນດາບົດຮຽນ, ບັນດາຜົນສຳເລັດຂອງສະພາແຫ່ງຊາດຊຸດທີ 13 ເພື່ອໃຫ້ສະພາແຫ່ງຊາດສືບຕໍ່ສຳເລັດພາລະກຳຂອງຕົນຕໍ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ”.
ຕາມທ່ານ ເຈືອງຈ້ອງເຫງຍ ສະມາຊິກສະພາແຫ່ງຊາດຄະນະນະຄອນໂຮ່ຈີມິນແລ້ວ: ເລື່ອງທ່ານນາງ ຫງວຽນທິກີມເງິນ ໄດ້ຮັບຄວາມໄວ້ວາງໃຈ ແລະ ການເລືອກຕັ້ງຈາກ ບັນດາສະມາຊິກສະພາແຫ່ງຊາດ ເປັນປະທານສະພາແຫ່ງຊາດນັ້ນ ແມ່ນເໝາະສົມກັບແຜນນະໂຍບາຍເພີ່ມຈຳນວນສະມາຊິກສະພາແຫ່ງຊາດຍິງຂຶ້ນ 30%, ເໝາະສົມກັບວິວັດການເຊື່ອມໂຍງເຂົ້າກັບສາກົນ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ສະມາຊິກສະພາແຫ່ງຊາດຫວັງວ່າ: ນັບມື້ນັບມີສະມາຊິກສະພາແຫ່ງຊາດຫລາຍທ່ານ ຫຼື ການນຳບັນດາອົງການສຳນັກງານພັກ ແລະ ລັດແມ່ນຜູ້ຍິງ.