ສະຫງວນ 35.000 ຕື້ດົງ ເພື່ອໜູນຊ່ວຍຊາວປະມົງຕໍ່ກຳປັ່ນອອກສູ່ທະເລ

ສະຫງວນ 35.000 ຕື້ດົງ ເພື່ອໜູນຊ່ວຍຊາວປະມົງຕໍ່ກຳປັ່ນອອກສູ່ທະເລ - ảnh 1
(ພາບປະກອບ)

(vovworld) – ​ເມື່ອ​ແລກປ່ຽນ​ກັບ​ສື່​ມວນ​ຊົນ​ຢູ່​ນອກ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13, ວັນ​ທີ 22/05, ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມຂົນ​ສົ່ງຫວຽດນາມ ດິງລາ​ທັງ ​ໃຫ້​ຮູ້​ວ່າ ​ກະຊວງ​ຄົມມະນາຄົມຂົນ​ສົ່ງ ​ໄດ້​ສະຫງວນ​ຈຳນວນ​ເງິນ 35.000 ຕື້​ດົງ ​ຊຶ່ງ​ແມ່ນເງິນ​ປະຢັດ​ຈາກ​ການ​ຫຼຸດຜ່ອນ​ການ​ລົງທຶນ​ບັນດາ​ໂຄງການ​ຄົມມະນາຄົມ ​ເພື່ອ​ສະ​ຫງວນ​ໃຫ້ການ​ລົງທຶນ​ຕໍ່​ກຳ​ປັ່ນລຳ​ໃຫຍ່​ໃຫ້​ຊາວ​ປະ​ມົງ​ເພື່ອຮັບປະກັນ​ການ​ຜະລິດ, ປະກອບ​ອາຊີບ​ການ​ປະມົງ​ເປັນ​ປັກ​ກະຕິ

        ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມຂົນ​ສົ່ງ ດິງລາ​ທັງ ​ໃຫ້​ຮູ້​ວ່າ, ລັດຖະບານ​ໄດ້​ມີ​ການ​ຊີ້​ນຳ​ການ​ຕໍ່​ກຳ​ປັ່ນ​ຫຸ້ມ​​ເຫຼັກ ​ແທນ​ໃຫ້​​ໄມ້. ທ່ານ​ລັດຖະມົນຕີ​ ດິງລາ​ທັງ ຢືນຢັນ​ວ່າ; ບັນດາລັດຖະນະ​ໂຍບາຍ​ສະຫງວນ​ໃຫ້​ເຈື່ອງ​ຊາ, ຮ່ວາງ​ຊາ, ຊ່ວຍ​ຊາວ​ປະ​ມົງອຸ່ນອ່ຽນ​ໃຈ​ທຳ​ການ​ຜະລິດ ​ແລະ ​ເດີນ​ທະ​ເລ​ຫາ​ປາ​ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ.

ຂ່າວ/ບົດ​ອື່ນ