ສະຫລຸບຫນ້າທີ່ຊອກຫາກູ້ໄພກູ້ຊີບປີ2013

ສະຫລຸບຫນ້າທີ່ຊອກຫາກູ້ໄພກູ້ຊີບປີ2013 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ
photo:chinhphu.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 30/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເປັນ​ປະທານ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ປີ 2013 ​ແລະ ທິດ​ທາງ​ຫນ້າ​ທີ່​ປີ 2014, ​ໂດຍ​ຄະນະ​ກຳມະການ​ແຫ່ງ​ຊາດກ່ຽວ​ກັບ​ການຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຈັດ​ຕັ້ງ​ຂຶ້ນ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ປີ 2013, ອາກາດ​ຜັນ​ແປ​ໄປ​ຢ່າງ​ຮ້າຍ​ແຮງ, ​ໄພ​ທຳ​ມະ​ຊາດ​ຍາກ​ທ່ີ​ຄາດ​ຄະ​ເນ​ໄດ້, ​ແຕ່​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ, ບັນດາ​ອົງການ, ຫົວຫນ່ວຍ​ໄດ້​ຕັ້ງຫນ້າ​ຮັບ​ມືກັບ​ໄພ​ທຳ​ມະ​ຊາດ, ຜັນ​ຂະຫຍາຍ​ວຽກ​ງານ​ກູ້​ໄພ​ກູ້​ຊີບ, ປະກອບສ່ວນ​ຈຳກັດ​ຄວາມ​ເສຍ​ຫາຍກ່ຽວ​ກັບ​ຊີວິດ​ອີນຊີ ​ແລະ ຊັບ​ສິນ​​ໃຫ້​ແກ່​ປະຊາຊົນເຖິງ​ລະດັບ​ຕຳ່​ສຸດ. ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາກູ້​ໄພ​ກູ້​ຊີບ ​ໄດ​້ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ຈັດ​ຕັ້ງ​ການ​ຝືກຊ້ອ​ມຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຮີບ​ດ່ວນ​ໃນ​ພາກ​ພື້ນ​ອາ​ຊຽນປີ 2013 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 5 ປະ​ເທດ​ສັງ​ເກດ​ການ. ຈຸດ​ສຸມ​ຂອງ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ປີ 2014 ​ແມ່ນ​: ກວດກາ​ຄືນ, ດັດ​ປັບ, ປັບ​ປຸງວິທີ​ການ, ​ແຜນການ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຮັບ​ມື​ກັບ​​ເຫດການ​ທີ່​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ