ສະຫະປະຊາຊາດເລືອກເຟັ້ນຫວຽດນາມເປັນສະຖານທີ່ຝຶກແອບກຳລັງຮັກສາສັນຕິພາບສາກົນ

(VOVWORLD) -ບັນດາຮາກຖານຝຶກແອບກຳລັງຮັກສາສັນຕິພາບຂອງຫວຽດນາມໄດ້ບັນລຸມາດຖານສາກົນ.

ສະຫະປະຊາຊາດເລືອກເຟັ້ນຫວຽດນາມເປັນສະຖານທີ່ຝຶກແອບກຳລັງຮັກສາສັນຕິພາບສາກົນ - ảnh 1ບັນດາພົນທະຫານຫວຽດນາມຖ່າຍຮູບເປັນທີ່ລະນຶກກັບນັກຊ່ຽວຊານສາກົນ

(ພາບ: Nguyen Xuan Thu/TTXVN)

ວັນທີ 25 ມິຖຸນາ, ກົມໜູນຊ່ວຍພື້ນທີ່ຕົວຈິງສະຫະປະຊາຊາດ ໄດ້ປະກາດໝາກຜົນການສຳຫຼວດສະຖານທີ່ຝຶກແອບກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ບັນດາປະເທດອາຊຽນ. ໃນນັ້ນ, ຫວຽດນາມພ້ອມກັບ 03 ປະເທດຄື ກຳປູເຈຍ, ອິນໂດເນເຊຍ, ໄທ ໄດ້ເລືອກເຟັ້ນ ແມ່ນສະຖານທີ່ຝຶກແອບພົນທະຫານຮັກສາສັນຕິພາບສາກົນແບບຜັດປ່ຽນກັນ. ຊຸດຝຶກແອບທຳອິດ ຈະໄດ້ຈັດຂຶ້ນຢູ່ຫວຽດນາມໃນທ້າຍປີ 2018. ບັນດາຮາກຖານຝຶກແອບກຳລັງຮັກສາສັນຕິພາບຂອງຫວຽດນາມໄດ້ບັນລຸມາດຖານສາກົນ. ເລື່ອງສະຫະປະຊາຊາດເລືອກເອົາຫວຽດນາມເປັນສະຖານທີ່ຝຶກແອບພົນທະຫານຮັກສາສັນຕິພາບສາກົນຄັ້ງທຳອິດໃນຈຳນວນບັນດາປະເທດອາຊຽນ ເປັນການສະແດງໃຫ້ເຫັນ ການຕີລາຄາສູງຂອງສະຫະປະຊາຊາດ ກ່ຽວກັບການໃຫ້ຄຳໝັ້ນສັນຍາ ແລະການປະກອບສ່ວນຂອງຫວຽດນາມຕໍ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ຫວຽດນາມພວມກະກຽມຜັນຂະຫຍາຍໂຮງໝໍເຄື່ອນທີ່ຊັ້ນ 2 ຢູ່ ພາກໃຕ້ຊູດັງ, ໃຫ້ສອດຄ່ອງກັບບັນດາມາດຕະການ ແລະຄວາມຮຽກຮ້ອງຕ້ອງການຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ