ສະຫະປະຊາຊາດແຕ່ງຕັ້ງທູດພິເສດໃໝ່ກ່ຽວກັບຊີຮີ

ສະຫະປະຊາຊາດແຕ່ງຕັ້ງທູດພິເສດໃໝ່ກ່ຽວກັບຊີຮີ - ảnh 1
ທ່ານ Lakhdar Brahimi
(ພາບ: go.vn)

(vovworld) - ທ່ານ Lakhdar Brahimi, ນັກ​ການ​ທູດ​ອາວຸ​ໂສ​ຊາວ​ ອານ​ເຊ​ຮີ, ຫາ​ກໍ່​ໄດ້​ຮັບ​ການແຕ່ງ​ຕັ້ງ​​ເປັນທູດ​ພິ​ເສດ​ຄົນໃໝ່​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາ​ຮັບ (AL) ຮັບຜິດຊອບກ່ຽວ​ກັບບັນຫາ​ຊີ​ຮີ, ​ແທນ​ໃຫ້​ທ່ານ​ເລຂາທິການ​ໃຫຍ່​ສະ​ຫະ​ປະຊາ​ຊາດ Kofi Annan. ຂໍ້​ຕົກລົງ​ນີ້ ​ໂດຍ​ທ່ານເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ  Ban Ki Mun ​ແຈ້ງ​ໃຫ້​ຊາບ​ເມື່ອ​ວັນ​ທີ 17/8. ທ່ານເລຂາທິການ​ໃຫຍ່​ສະ​ຫະ​ປະຊາ​ຊາດ  Ban Ki Mun ​ເນັ້ນ​ໜັກ​ວ່າ, ຈຳ​ເປັນ​ຕ້ອງ​ຢຸດຕິສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີ​ຮີ ​ແລະ ​ເຕື້ອງ​ຄືນ​ທັດສະນະ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ການ​ທູດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ແກ້​ໄຂ​ສະພາບ​ການໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີ​ຮີ​ໂດຍ​ສັນຕິວິທີ ​ແມ່ນ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ປະຊາ​ຊາດ. ​ໃນ​ວັນ​ດຽວ​ກັນ, ທູດ​ພິ​ເສດ​ລວມສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາ​ຮັບ ທ່ານ Lakhdar Brahimi ກໍ່​ຢັ້ງຢືນ ຈະ​ມີ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ຕາມ​ມາດ​ຕະການ​ການ​ທູດ, ​ເຖິງ​ວ່າການ​ປະ​ທະ​ກັນ​​ຢູ່​ຊີ​ຮີ​ທີ່​ແກ່ຍາວ​ໃນ​ເວລາ 17 ​ເດືອນ​ຜ່ານ​ມາ​ນັບ​ມື້​ນັບ​ຮ້າຍ​ແຮງ​ກວ່າ.

ຂ່າວ/ບົດ​ອື່ນ