ສະຫະປະຊາຊາດ ຮັບຮອງເອົາມະຕິຮຽກຮ້ອງການລົບລ້າງອາວຸດນິວເຄຼຍ

ສະຫະປະຊາຊາດ ຮັບຮອງເອົາມະຕິຮຽກຮ້ອງການລົບລ້າງອາວຸດນິວເຄຼຍ - ảnh 1
ພາບ​ປະກອບ:internet


(vovworld) - ສະມັດຊາ​ໃຫຍ່ ສປຊ ຫາ​ກໍ​ຮັບຮອງ​ເອົາ​ມະຕິ​ຮຽກຮ້ອງ​ການ​ລົບ​ລ້າງ​ອາວຸດ​ນິວ​ເຄຼຍທຸກ​ປະ​ເພດ. ມະຕິ​ສະບັບດັ່ງກ່າວ​ໄດ້​ຮັບ ບັດ​ສະຫນັບສະຫນູນ 174 ບັດ, ບັດ​ຄ້ານ 1 ບັດ ​ແລະ ບັດ​ຂາວ 13 ບັດ. ນີ້​ແມ່ນ​ປີ​ທີ 19 ຢ່າງ​ລຽນຕິດ ທີ່ສະມັດຊາ​ໃຫຍ່ ສປຊ ຮັບຮອງ​ເອົາ​ມະຕິ​ສະບັບດັ່ງກ່າວ. ​ເນື້ອ​ໃນ​ຂອງ​ມະຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ຂອງ​ປະຊາ​ຄົມ​ໂລກ​ສຳລັບ​ການ​ພັດທະນາ​ອາວຸດ​ນິວ​ເຄຼຍທຸກ​ປະ​ເພດ ພ້ອມ​ທັງ​ຮຽກຮ້ອງ​​ໃຫ້ບັນດາ​ປະ​ເທດ​ກຳມະສິດ​ອາວຸດ​ນິວ​ເຄຼຍ ດຳ​​ເນີນ​ການ​ທຳລາຍ​ສາງ​ອາວຸດ​ນິວ​ເຄຼຍຂອງ​ເຂົາ​ເຈົ້າ. ນອກ​ນັ້ນ ​ເລື່ອງ​ລົງ​ນາມ​ໃນ​ມະຕິ​ສະບັບດັ່ງກ່າວ​ກໍ​ຢືນຢັນ​ຄືນ​​ເຖິງຄວາມ​ສຳຄັນ​ຂອງ​ການ​ເຄົາລົບ​ສົນທິສັນຍາ​ຫ້າມ​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ, ຮຽກຮ້ອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິສັນຍາ​ຫ້າມ​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ​ເພື​່ອສ້າງ​ໂລກ​ປອດ​ອາວຸດ​ນິວ​ເຄຼຍ. ​ໃນ​ວັນ​ດຽວ​ກັນ ຢູ່ ນະຄອນຫລວງ ວໍ​ຊິງ​ຕັນ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຢືນຢັນ​ຈະ​ຮັກສາ​ຄວາມ​ມານະ​ພະຍາຍາມ​ສະກັດ​ກັ້ນ​ບໍ່​ໃຫ້ອາວຸດ​ນິວ​​ເຄຼຍ ຕົກ​​ເຂົ້າໃນ​ກຳ​ມື​ຂອງ​ກຳລັງ​ກໍ່​ການ​ຮ້າຍ ​ແລະ ຖື​ວ່າ ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ປ້ອງ​ກັນ​ຄວາ​ມສະຫງົບທີ່​ໄດ້​ຮັບ​ບຸລິມະສິດ​ອັບ​ດັບ​ຫນຶ່ງໃນ​ອາຍຸ​ການ​ທີ​ສອງ​ຂອງ​ທ່ານ Obama.​ ນອກ​ນັ້ນ ທ່ານ​ປະທານາທິບໍດີ Obama ກໍ​ຖື​ວ່າ: ລັດ​ທິກໍ່​ການ​ຮ້າຍ​ນິວ​ເຄຼຍ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ນາບ​ຂູ່ທີ່​ຮ້າຍ​ແຮງ​ຕໍ່​ຄວາມ​ໝັ້ນຄົງ​​ໃນທົ່ວ​ໂລກ.

 

 

 

 

ຂ່າວ/ບົດ​ອື່ນ