ປ່າສະຫງວນຟອງຍາແກບ່າງ
(ພາບອີນເຕີແນດ)
(vovworld) – ພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນປ່າສະຫງວນຟອງຍາແກບ່າງ ໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດໂລກ ຖືກຈັດຂຶ້ນໃນຕອນຄຳ່ວັນທີ 25/5, ຢູ່ຖ້ຳທຽນເດື່ອງ (ແດນສະຫວັນ), ປ່າສະຫງວນຟອງຍາແກບ່າງ ແຂວງກວາງບິ່ງ. ກ່າວຄວາມເຫັນນະພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນປ່າສະຫງວນຟອງຍາແກບ່າງ ໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດໂລກ, ທ່ານລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮ່ວາງຕ໋ວນແອງ, ເນັ້ນໜັກວ່າ:
”ຂ້າພະເຈົ້າສະເໜີໃຫ້ແຂວງກວາງບິ່ງ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນ 10 ປີຜ່ານມາ, ນຳໃຊ້ການໜູນຊ່ວຍຈາກບັນດາອົງການຈັດຕັ້ງສາກົນຢ່າງມີປະສິດທິຜົນ, ສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ, ຕອບສະໜອງການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖີ່ນ, ແລະ ການພັດທະນາການທ່ອງທ່ຽວແບບຍືນຍົງກວ່າອີກ. ໂດຍໄດ້ຮັບການມອບໝາຍຈາກນາຍົກລັດຖະມົນຕີ, ຂໍຂອບໃຈບັນດາອົງການຈັດຕັ້ງສາກົນ, ພິເສດແມ່ນອົງການ UNESCO ທີ່ໄດ້ໃຫ້ການຊ່ວຍເຫຼືອແຂວງກວາງບິ່ງ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກ - ປ່າສະຫງວນຟອງຍາແກບ່າງ ”