ສະເຫຼີມສະຫຼອງ 59 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ 10/10

ສະເຫຼີມສະຫຼອງ 59 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ 10/10 - ảnh 1
(ສະ​ເຫຼີ​ມສະຫຼອງ 59 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ)

(vovworld) – ວັນ​ທີ 10/10, ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 59 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10/10) ນະຄອນຫຼວງ​ຮ່າ​ໂນ້ຍ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ, ​ໃນ​ນັ້ນ​ມີ​ພິທີ​ຍ້ອງຍໍ “ວຽກ​ດີ, ຄົນ​ເດັ່ນ“, ​ຜູ້​ທີ່​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ ​ແລະ ​ເຊີດ​ຊູ “ພົນລະ​ເມືອງ​ນະຄອນຫຼວງ​ທີ່​ດີ​ເດັ່ນ“ ປີ 2013.

​ເນື່ອງ​ໃນ​ໂອກາດ​ນີ້, ໜັງສືພິມ​ເຍິນ​ເຢີ​ນ, ສຽງ​ຂອງ​ງພັກ​ກອມ​ມູນິດ​ຫວຽດນາມ​  ​ໄດ້​ລົງ​ພິມ​ບົດ ຮ່າ​ໂນ້ຍຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ດ້ວຍ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ. ບົດ​ໜັງສືພິມ​ໄດ້​ເນັ້ນ​ໜັກ​ວ່າ: 59 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ, ຈາກ​ນະຄອນ​ນ້ອຍ, ຫຍໍ້​ທໍ້​ໃນ​ທຸກ​ດ້ານ, , ພາຍຫຼັງ​ເປີດ​ກວ້າງ​ເນື້ອ​ທີ່​ບໍລິຫານ, ຮ່າ​ໂນ້ຍ​ ​ໄດ້​ກາຍ​ເປັນ​ນະຄອນ​ໃຫຍ່​ຂອງ​ພາກ​ພື້ນ. ​ເມື່ອ​ທຽບ​ໃສ່​ປີ 1954, ​ເນື້ອ​ທີ່​ຂອງ​ຮ່າ​ໂນ້ຍ​ໃນ​ປະຈຸ​ບັນ​ໄດ້​ເພີ່ມ​ຂຶ້ນ​ທົບ 18 ​ເທົ່າ, ພົນລະ​ເມືອງ​ເພີ່ມ​ຂຶ້ນ 17 ​ເທົ່າ. ບົດ​ໜັງສືພິມ​ຢືນຢັນ​ວ່າ, ດ້ວຍ​ນຳ້​ໃຈ​ສາມັກຄີ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເຈດ​ຈຳນົງ​ບືນ​ຕົວ​ຂຶ້ນຂອງ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ, ນະຄອນຫຼວງ​ຮ່າ​ໂນ້ຍ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກທຸກ​ຢ່າງ, ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ເສດຖະກິດ, ສັງຄົມ, ມີ​ບັນດາ​ບາດກ້າວ​ຢ່າງ​ໝັ້ນຄົງ, ສ້າງ​ນະຄອນຫຼວງ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂວງ, ສີວິ​ໄລ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ