ສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ກັບຄືນ ຕວຽນກວາງ ຊີ້ນຳທົ່ວປະເທດຕໍ່ຕ້ານ

(VOVWORLD) -ໃນຊຸມຕົ້ນປີແຫ່ງການປະຕິວັດ, ສູນກາງພັກ ແລະ ປະທານ ໂຮ່ຈີມິນ ໄດ້ເລືອກເອົາ ເຕີນຈ່າວ, ແຂວງ ຕວຽນກວາງ ເປັນນະຄອນຫຼວງແຫ່ງເຂດປົດປ່ອຍ, ເປັນສູນການສ້າງຖານທີ່ໝັ້ນປະຕິວັດຂອງທົ່ວປະເທດ.
ສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ກັບຄືນ ຕວຽນກວາງ ຊີ້ນຳທົ່ວປະເທດຕໍ່ຕ້ານ - ảnh 1ທ່ານ ຫງວຽນຊວັນທັງ ກ່າວຄຳເຫັນທີ່ພິທີ
(ພາບ: qdnd.vn)

ຕອນຄ່ຳວັນທີ 31 ມີນາ, ຢູ່ສະໜາມຫຼວງ ເຕິນຈ່າວ, ຂຶ້ນກັບເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕິນຈ່າວ, ເມືອງ ເຊີນເຢືອງ, ແຂວງ ຕວຽນກວາງ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ກັບຄືນ ຕວຽນກວາງ ຊີ້ນຳການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ (02 ເມສາ 1947 – 02 ເມສາ 2022).

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວັນທັງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ ໃນຊຸມຕົ້ນປີແຫ່ງການປະຕິວັດ, ສູນກາງພັກ ແລະ ປະທານ ໂຮ່ຈີມິນ ໄດ້ເລືອກເອົາ ເຕີນຈ່າວ, ແຂວງ ຕວຽນກວາງ ເປັນນະຄອນຫຼວງແຫ່ງເຂດປົດປ່ອຍ, ເປັນສູນການສ້າງຖານທີ່ໝັ້ນປະຕິວັດຂອງທົ່ວປະເທດ. ແມ່ນແຫ່ງດຳເນີນເຫດການສຳຄັນຕ່າງໆ, ຄື ກອງປະຊຸມທົ່ວປະເທດຂອງພັກ ປຸກລະດົມການລຸດຮື້ຂຶ້ນຂະໜາດໃຫຍ່ ແລະ ນຳພາທົ່ວປວງຊົນລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ; ກອງປະຊຸມໃຫຍ່ປະຊາຊົນທົ່ວປະເທດ ເຕິນຈ່າວ - ຕົ້ນກຳເນີດຂອງສະພາແຫ່ງຊາດ ແລະ ສະພາແຫ່ງຊາດ ຫວຽດນາມ; ສ້າງຕັ້ງຄະນະກຳມະການປົດປ່ອຍຊາດ ໝາຍຄວາມວ່າເປັນລັດຖະບານຊົ່ວຄາວໂດຍປະທານ ໂຮ່ຈີມິນ ເປັນປະທານ… ຍ້ອນເຫດນັ້ນ, ອົງຄະນະພັກ ແລະ ປະຊາຊົນບັນດາຊົນເຜົ່າແຂວງ ຕວຽນກວາງ ຕ້ອງປະຕິບັດການອະນຸລັກ, ປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າຢ່າງໃຫຍ່ຫຼວງຂອງເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕິນຈ່າວ ໃຫ້ເປັນຢ່າງດີ. ພ້ອມທັງສູ້ຊົນໃຫ້ກາຍເປັນໜຶ່ງໃນບັນດາສູນທ່ອງທ່ຽວວັດທະນະທຳ, ປະຫວັດສາດແຫ່ງການປະຕິວັດແຖວໜ້າຢູ່ເຂດພູດອຍທາງພາກເໜືອ ແລະ ຂອງທົ່ວປະເທດ; ແມ່ນສະຖານທີ່ສຳຄັນໃນການເດີນທາງມາຢ້ຽມຢາມ, ຄົ້ນຄວ້າຂອງພໍ່ແມ່ປະຊາຊົນໃນທົ່ວປະເທດ ແລະ ນັກທ່ອງທ່ຽວສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ