(vovworld) – ພິທີສະເຫຼີມສະຫຼອງ 92 ປີ ແຫ່ງວັນສະຖາປະນາປະເທດມົງໂກນ (11/7/1921-11/7/2013) ໄດ້ດຳເນີນໃນຕອນເຊົ້າວັນທີ 11/7, ຢູ່ນະຄອນໂຮ່ຈີມິນ. ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ Dorj Enkhbat, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງມົງໂກນ ປະຈຳຫວຽດນາມ, ໃຫ້ຮູ້ວ່າ, ຍາມໃດມົງໂກນ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກສ້າງການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືຕົ້ນຕໍ່ຢູ່ອາຊີຕາເວັນອອກສ່ຽງໃຕ້. 59 ປີຜ່ານມາ, ນັບແຕ່ສ້າງຕັ້ງການພົວພັນທາງການທູດນຳກັນ, ສອງປະເທດໄດ້ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກຂົງເຂດ, ສະແດງໃຫ້ເຫັນສາຍພົວພັນຖານເພື່ອນສະຫາຍ, ຄູ່ຮ່ວມມືທີ່ແທ້ຈິງລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດຍັງສະແດງຄວາມເຊື່ອໝັ້ນວ່າ, ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອນັ້ນສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີ.