ສະເຫຼີມສະຫຼອງ226ປີວັນຊາດສ.ຝຣັ່ງຢູ່ຮ່າໂນ້ຍ

ສະເຫຼີມສະຫຼອງ226ປີວັນຊາດສ.ຝຣັ່ງຢູ່ຮ່າໂນ້ຍ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ ສ. ຝ​ຣັ່ງ ຢູ່ ນະ​ຄອນ ໂຮ​່​ຈີ​ມິນ
(ພາບ: Thanh Vũ/TTXVN)

(vovworld) –  ​​​ຕອນ​ຄ່ຳ​ວັນ​ທີ 14/7, ຢູ່​ຮ່າ​ໂນ້ຍ, ​ທ່ານ Jean Noel Poirier, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ. ຝ​ຣັ່ງ ປະ​ຈຳ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 226 ປີ​ແຫ່ງວັນ​ຊາດ ສ. ຝ​ຣັ່ງ (14/7/1789 – 14/7/2015). ​ເນື່ອງ​ໃນ​ໂອ​ກາດນີ້, ຜູ້​ຕາງ​ໜ້າ​ລັດ​ຖະ​ບານ ຫວຽດ​ນາມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຂໍ​ຝາກ​ຄຳ​ອວຍ​ພອນ​​ເຖິ​ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຝ​ຣັ​່ງ ພ້ອມ​ກັບ​ບັນ​ດາ​ເພື່ອນ​ມິດ ຝ​ຣັ່ງ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ເນັ້ນ​ໜັ​ກວ່າ: ປະ​ເທດ ຝ​ຣັ່ງ ຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ລາຍ​ໃຫຍ່ ແລະ ​ມີ​ມາ​ແຕ່​ດົນ​ນານ​ຂອງ ຫວຽດ​ນາມ, ທ່ານ ບຸ່ຍ​ແທງ​ເຊີນ ໃຫ້​ຮູ້​ວ່າ: ຂີດ​ໝາຍ​ໃຫຍ່​ໃນ​ການ​ພົວ​ພັນ 2 ປະ​ເທດ​ແມ່ນ​ເລື່ອງ ຫວຽດ​ນາມ ແລະ ຝ​ຣັ່ງ ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2013. ຈາກນັ້ນ, ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຝ​ຣັ່ງ ໄດ້​ຫັນ​ເປັນ​ລະ​ອຽດ​ໃນ​ຫຼາຍ​ຂ​ົງ​ເຂດ​ທີ່​ເໝາະ​ສົມ​ດ້ວຍ​ບັນ​ດາ​ເສົາ​ຄ້ຳ​ທີ່​ໄດ​້​ກຳ​ນົດ​ວ່າ: ແມ່ນ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ - ການ​ຄ້າ, ວັດ​ທະ​ນະ​ທຳ - ມະ​ນຸດ​​ຊາດ.


ຂ່າວ/ບົດ​ອື່ນ