ສະເຫຼີມສະຫຼອງ66ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ

ສະເຫຼີມສະຫຼອງ66ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ - ảnh 1
(ພິທີສະ​ເຫຼີ​ມສະຫຼອງ 66 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​
ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-ຈີນ)

(vovworld) - ວັນ​ທີ 12/1, ສະຖານທູດ​ ຫວຽດນາມ​ປະຈຳ ຈີນ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 66 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-ຈີນ (18/1/1950-18/1/2016). ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມປະຈຳ ຈີນ ດັ້ງ​ມິ​ງຄອຍ ​ໄດ້​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ພ້ອມ​ທັງ​ຢືນຢັນ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ​ທີ່​ສຸດ ​ແລະ ປາຖະໜາ​ຢາກ​ພ້ອມ​ກັບ​ຈີນ ​ເພື່ອ​ເພີ່ມທະວີ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ຈີນ. ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ຄວນ​ເດັດ​ດ່ຽວ​ຮັບຮອງ​ເອົາ​ສົນທິສັນຍາ, ການ​ເຈລະຈາ​ມິດຕະພາບ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ.

        ສ່ວນ​ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຂົງຊວຽນ​ຢີວ ກໍ່​ຢືນຢັນ​ວ່າ, ຝ່າຍ​ຈີນ​ຖື​ການ​ພັດທະນາ​ການ​ພົວພັນ​ກັບ​ ຫວຽດນາມ​ເປັນ​ສຳຄັນ ​ແລະ ຫວັງ​ວ່າ​ຈະ​ພ້ອມ​ກັບ ຫວຽດນາມ​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ແກ້​ໄຂຄວາມ​ຄວາມ​ບໍ່​ລົງ​ລອຍ​ກັນ, ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ກວ່າ​ອີກ.

 

ຂ່າວ/ບົດ​ອື່ນ