ທ່ານເລຮົ່ງແອງ ກ່າວຄຳເຫັນທີ່ພິທີ
(ພາບ: VGP/Thế Phong)
|
(vovworld) – ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ ແລະ 40 ປີແຫ່ງວັນປົດປ່ອຍແຂວງ ກວາງນາມ ຈັດຂຶ້ນໃນຕອນຄ່ຳວັນທີ 24/3, ຢູ່ສະໜາມຫຼວງອະນຸສາວະລີແມ່ ຫວຽດນາມ ວິລະຊົນ, ນະຄອນ ຕາມກີ, ທ່ານ ເລເຟືອກແທງ, ເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ຢັ້ງຢືນ ໄຊຊະນະໃນວັນທີ 24/3/1975 ແມ່ນສັນຍາລັກທີ່ແຈ້ງສະຫວ່າງຂອງລັດທິຮັກຊາດ, ແມ່ນຂີດໝາຍດີເດັ່ນທີ່ສຸດໃນປະຫວັດສາດແຫ່ງການປະຕິວັດຂອງແຂວງ ກວາງນາມ. ໄຊຊະນະໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງທົ່ວປະເທດໃນວັນມະຫາໄຊລະດູບານໃໝ່ປີ 1975. ໃນຕະຫຼອດ 40 ປີຜ່ານມາ, ອົງຄະນະພັກ ແລະ ປະຊາຊົນແຂວງ ກວາງນາມ ສືບຕໍ່ຜັນຂະຫຍາຍມູນເຊຶ້ືອປະຕິວັດ, ສຸມໃສ່ພັດທະນາເສດຖະກິດ - ສັງຄົມ. ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ເລຮົ່ງແອງ ເນັ້ນໜັກວ່າ: ພັກ ແລະ ລັດ ຍ້ອງຍໍຊົມເຊີຍບັນດາຜົນງານຂອງກອງທັບ ແລະ ປະຊາຊົນແຂວງ ກວາງນາມ ພາຍຫຼັງ 40 ປີໄດ້ຮັບການປົດປ່ອຍ, ພິເສດແມ່ນໃນຊຸມປີແຫ່ງການປ່ຽນໃໝ່:
“ແຂວງ ກວາງນາມ ຕ້ອງຊາບຊຶມ ແລະ ປະຕິບັດບັນດາໜ້າທີ່ເຊິ່ງສູນກາງພັກ ແລະ ສະພາແຫ່ງຊາດໄດ້ວາງອອກ. ໃນນັ້ນຕ້ອງສຸມໃສ່ຜັນຂະຫຍາຍກຳລັງພາຍໃນ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ, ສ້າງການຫັນປ່ຽນຢ່າງແຮງ ແລະ ໜັກແໜ້ນໃນການພັດທະນາເສດຖະກິດ - ສັງຄົມ. ແຂວງ ຕ້ອງລະດົມຂະບວນການແຂ່ງຂັນຮັກຊາດ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຢີ ແລະ ຍົກສູງຄຸນນະພາບແຫຼ່ງກຳລັງເພື່ອຍູ້ແຮງການພັດທະນາເສດຖະກິດຕາມທິດທັນສະໄໝ.”