ສະເໜີຕົວສູນຄົ້ນຄ້ວາ, ອະນຸລັກ ແລະ ພັດທະນາອາຫານການກິນຫວຽດນາມ
ສະຫະສະມາຄົມທ່ອງທ່ຽວຫວຽດນາມ ແລະ ສະຫະສະມາຄົມທ່ອງທ່ຽວອາເມລິກາເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ສະຫະສະມາຄົມທ່ອງທ່ຽວ. |
(vovwold)- ສູນຄົ້ນຄ້ວາ, ອະນຸລັກ ແລະ ພັດທະນາອາຫານການກິນຫວຽດນາມໄດ້ຖືກສະເໜີຕົວຢ່າງເປັນທາງການເມື່ອວັນທີ 7/4 ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວທີ່ສຳຄັນໃນຂອບເຂດງານຕະຫຼາດນັດທ່ອງທ່ຽວຫວຽດນາມ 2017 ດ້ວຍຫົວຂໍ້ “ ຮ່າໂນ້ຍ-ສະຖານທີ່ທ່ອງທ່ຽວຫວຽດນາມ ” ຊຶ່ງພວມຈັດຂຶ້ນຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີສະເໜີຕົວ, ທ່ານຮອງປະທານສະຫະສະມາຄົມທ່ອງທ່ຽວຫວຽດນາມ ວູ້ເທ້ບີງ ໃຫ້ຮູ້ວ່າ ບັນດາເຍື່ອງອາຫານຫວຽດນາມ ໄດ້ຄ່ອຍໆດຶງດູດໃຈບໍ່ພຽງແຕ່ຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ຫາກຍັງດຶງດູດໃຈບັນດາພໍ່ຄົວແມ່ຄົວທີ່ມີຊື່ສຽງໃນໂລກອີກດ້ວຍ. ອາຫານຫວຽດນາມນັບມື້ນັບຢັ້ງຢືນທີ່ຕັ້ງບົດບາດຂອງຕົນໃນເວທີສາກົນ.
ແລະ ກໍໃນວັນທີ 7/4, ທ່ານຮອງປະທານສະຫະສະມາຄົມທ່ອງທ່ຽວຫວຽດນາມ ວູ້ເທ້ບີງ ແລະ ທ່ານຮອງປະທານສະຫະສະມາຄົມທ່ອງທ່ຽວອາເມລິກາ Rober Duglin ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ສະຫະສະມາຄົມທ່ອງທ່ຽວ.