ສ້າງກາລະໂອກາດຮ່ວມມືລົງທຶນໃນເຂດແລວເສດຖະກິດຕາເວັນອອກຕາເວັນຕົກ
ທີ່ງານຕະຫຼາດນັດສາກົນ
(ພາບ: TTXVN)
(vovworld) - ງານຕະຫຼາດນັດສາກົນການຄ້າ, ການທ່ອງທ່ຽວ ແລະ ການລົງທຶນໃນເຂດແລວເສດຖະກິດຕາເວັນອອກຕາເວັນຕົກ - ດ່າໜັງ ປີ 2015 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 30/07, ຢູ່ສູນວາງສະແດງດ່າໜັງ. ມີຮ້ານວາງສະແດງສິນຄ້າກວ່າ 400 ຮ້ານຂອງວິສາຫະກິດ, ຫົວໜ່ວຍ, ອົງການສົ່ງເສີມການຄ້າ 200 ແຫ່ງເຂົ້າຮ່ວມໃນງານຕະຫຼາດນັດຄັ້ງນີ້, ໃນນັ້ນມີບາງວິສາຫະກິດ ແລະ ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມຄື: ອາຟລິກາໃຕ້, ໄທ, ລາວ, ກຳປູເຈຍ, ຈີນ, ສ.ເກົາຫຼີ ແລະ ອິນເດຍ. ງານຕະຫຼາດນັດໄດ້ວາງສະແດງບັນດາຜະລິດຕະພັນທ່ອງທ່ຽວ, ໄຟຟ້າ, ເຄື່ອງເອເລກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ (IT)… ນອກຈາກນັ້ນ, ບັນດາຫົວໜ່ວຍຍັງໂຄສະນາໂຄງການຮຽກຮ້ອງການລົງທຶນ ແລະ ອະຊັງຫາລິມະຊັບ. ໃນ 6 ວັນດຳເນີນງານຕະຫຼາດນັດ ຍັງມີບັນດາການເຄື່ອນໄຫວເຊື່ອມຕໍ່ການພົບປະແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດໃນເຂດແລວເສດຖະກິດຕາເວັນອອກຕາເວັນຕົກ, ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວນະຄອນ Changwon, ປະເທດສ.ເກົາຫຼີ.