ສ້າງຖັນແຖວນັກທຸລະກິດ, ວິສາຫະກິດເຂັ້ມແຂງ,ເຄື່ອນໄຫວຢ່າງມີປະສິດທິຜົນ

ສ້າງຖັນແຖວນັກທຸລະກິດ, ວິສາຫະກິດເຂັ້ມແຂງ,ເຄື່ອນໄຫວຢ່າງມີປະສິດທິຜົນ - ảnh 1
ການ​ພົບ​ປະ​ໃນ​ຕອນ​ບ່າຍ​ວັນ​ທີ 25/10

(vovworld) – ຕອນ​ບ່າຍ​ວັນ​ທີ 25/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ທີ່​ດີ​ເດັ່ນ. ກ່​າ​ວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ເຈີ່ນ​ດ້າຍກວາງ ຖື​ວ່າ: ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ ​ກ້ວ​າງ​ຂວາງ ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ໂລກ, ຕ້ອງ​ສ້າງ​ຖັນ​ແຖວ​ນັກ​ທຸ​ລ​ະ​ກິດ, ນັກ​ວິ​ສາ​ຫະ​ກິດ​ເຕີບ​ໃຫຍ່, ເຂັ້ມ​ແຂງ​ທັງ​ດ້ານ​ປະລິ​ມານ, ຄຸນ​ນະ​ພາບ, ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.              

        ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ໃຫ້​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ຫວຽດ​ນາມ ຕ້ອງ​ຍົກ​ສູງ​​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຕໍ່ຊາດ, ດຳ​ເນີນ​ທຸ​ລະ​ກິດ​ຖືກ​ຕ້ອງ​ຕາມ​ຂໍ​້​ກຳ​ນົດ​ຂອງ​ກົດ​ໝາຍ, ສ້າງ​ຄຸນ​ສົມ​ບັດ, ວັດ​ທະ​ນະ​ທຳ​ການ​ດຳ​ເນີນ​ທຸ​ລະ​ກິດ, ຮັບ​ປະ​ກັນ​ວິ​ສາ​ຫະ​ກິ​ດ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ຊີ​ວິ​ດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ຜູ້​ອອກ​ແຮງ​ງານ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງບໍ່​ຢຸດຢັ້ງ.


ຂ່າວ/ບົດ​ອື່ນ