(ພາບປະກອບ) |
(vovworld)- ພ້ອມກັບຄວາມມານະພະຍາຍາມຂອງພາກພື້ນ, ຫວຽດນາມຍາມໃດກໍເຂົ້າຮ່ວມການຮ່ວມມືອາຊຽນດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໂດຍຜ່ານຂໍ້ສະເໜີໃຫ້ບຸລິມະສິດຮ່ວມມື ແລະ ປະສານສົມທົບບັນດາເນື້ອໃນ, ການກຳນົດທິດຂອງປະຊາຄົມເຂົ້າໃນແຜນການ, ໂຄງການແຫ່ງຊາດດ້ວຍເປົ້າໝາຍລວມສ້າງຕັ້ງປະຊາຄົມອາຊຽນໃນທ້າຍປີ 2015. ກ່າວຄຳເຫັນທີ່ກອງປະຊຸມສຳມະນາທາບທາມຄວາມເຫັນກ່ຽວກັບການສ້າງແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນໄລຍະ 2015-2025 ຊຶ່ງຖືກໄຂຂຶ້ນໃນຕອນເຊົ້າວັນທີ 21/10 ຢູ່ຮ່າໂນ້ຍ, ທ່ານນາງ ດາວຮົ່ງລານ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມໃຫ້ຮູ້ວ່າ :
“ ດ້ວຍບົດບາດເປັນເຈົ້າການ, ຕັ້ງໜ້າໃນບັນດາການເຄື່ອນໄຫວຂອງອາຊຽນ , ມາຮອດຈຸດເວລານີ້, ຫວຽດນາມໄດ້ສ້າງແຜນການຂອງ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ເພາະວ່າ ໃນໄລຍະ 10 ປີທີ່ຈະມາເຖິງ, ການເຊື່ອມໂຍງແມ່ນບັນຫາເປັນຕາຍສຳລັບທຸກໆປະເທດໃນກຸ່ມ. ຖ້າຫາກວັນທີ 31/12 ທີ່ຈະມາເຖິງນີ້, ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຂຶ້ນນັ້ນ, ບັນດາບັນຫາທີ່ກ່ຽວຂ້ອງເຖິງແຮງງານ, ສິ່ງແວດລ້ອມ, ເສດຖະກິດຈະປ່ຽນແປງຫຼາຍ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງຫວຽດນາມເມື່ອສ້າງແຜນການນີ້”