ສ້າງພື້ນຖານທີ່ໝັ້ນຄົງເພື່ອໃຫ້ປະເທດຊາດພັດທະນາ

(VOVWORLD) - ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດປີໃໝ່ປະຈຳຊາດປີກຸນ 2019, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງປະເທດຊາດບັນລຸໄດ້ໃນປີ 2018. 

ນັ້ນແມ່ນ ປະເທດຊາດຍັງຄົງສືບຕໍ່ພັດທະນາໃນບັນດາຂົງເຂດເກືອບທັງໝົດຢ່າງວ່ອງໄວ ແລະ ຮອບດ້ານ. ຫວຽດນາມ ໄດ້ເຮັດສຳເລັດທັງໝົດ 12 ຄາດໝາຍແຜນການທີ່ໄດ້ວາງອອກ, ໃນນັ້ນ ມີ 8 ຄາດໝາຍສຳເລັດລື່ນກາຍລະດັບ.

        ປີ 2019 ແລະ ຊຸມປີຈະມາເຖິງ, ຕາມທ່ານ ຫງວຽນຝູຈ້ອງ ແລ້ວ, ມີວຽກງານຫລາຍຢ່າງທີ່ຕ້ອງສືບຕໍ່ປະຕິບັດ ແລະ ປະຕິບັດໃຫ້ດີກ່ວາ, ຕ້ອງເອົາໃຈໃສ່ເຖິງການສ້າງສາ ແລະ ພັດທະນາວັດທະນະທຳ, ສັງຄົມກ່ວາອີກ, ກໍ່ສ້າງມະນຸດ, ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳສັງຄົມໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍພັດທະນາຢ່າງທັນທີ. ແລະ ໜ້າທີ່ຍາມໃດກໍ່ໄດ້ຮັບຖືເປັນສຳຄັນພິເສດ, ມີຄວາມໝາຍ “ຫຼັກແຫຼ່ງ”, ນັ້ນແມ່ນຕ້ອງປະຕິບັດວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງໂປ່ງໃສ, ໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນໃຫ້ດີກ່ວາອີກ.

        ປີ 2019 ມີຄວາມໝາຍສຳຄັນທີ່ສຸດໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງມີ 12 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີໄລຍະ 2016 – 2020 ຢ່າງມີໄຊ, ກະກຽມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ: ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ຮ່ວມແຮງຮ່ວມໃຈ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃຫ້ເປັນຢ່າງດີທີ່ສຸດ, ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາທີ່ວ່ອງໄວ, ໝັ້ນຄົງ, ທ່ວງທ່າ ແລະ ກຳລັງນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ