ສ້າງຮ່າງກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ

ສ້າງຮ່າງກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 16/2 ຢູ່​ ຮ່າ​ໂນ້ຍ, ກົມ​ໃຫຍ່​ທະ​ເລ ​ແລະ ໝູ​່ເກາະຫວຽດນາມ ( ກະຊວງ​ຊັບພະ​ຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ ) ​ໄດ້​ຈັດ​ການ​ປະຊຸມ​ກ່ຽວ​ກັບ​ການ​ສ້າງຮ່າງ​ກົດໝາຍ​ວ່າ​ດ້ວຍແຫຼ່ງ​​ຊັບພະ​ຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ, ​ເພື່ອ​ແນ​ໃສ່​ກຳ​ນົດ​ແຜນ​ສັງ​ລວມ, ​ແຜນ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ໃຫ້​ເໝາະ​ສົ​ມ ​ແລະ ໝັ້ນຄົງ. ຮ່າງ​ກົດໝາຍວ່າ​ດ້ວຍ​ແຫຼ່ງ​ຊັບພະຍາກອນສິ່ງ​ແວດ​ລ້ອມທະ​ເລ ​ແລະ ໝູ່​ເກາ​ະ ທີ່ພວມ​ໄດ້ຮັບ​ການ​ສ້າງ​​ແມ່ນ​ອິງ​ໃສ່​ຫຼາຍຫຼັກການ​ເພື່​ອບັນລຸ​ໄດ້ 6 ​ເປົ້າ​ໝາຍ​ຕົ້ນ​ຕໍ, ​ໃນ​ນັ້ນ​ກຳນົດ​ຮ່າງ​ກົດໝາຍ​ຈະ​ສ້າງ​ກອບ​ກົດໝາຍ, ທີ່​ມີ​ບົດບາດ​ເຊື່ອມ​ຕໍ່, ປັບປຸງການພັດທະນາ​ບົນພື້ນ​ຖານ​ຄວາມ​ກົມກຽວ​ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຂະ​ແໜງ, ຊຸກ​ຍູ້​ຂົງ​ເຂດ​ເສດຖະກິດ​ທະ​ເລ​ພັດທະນາ​ຢ່າງ​ໝັ້ນຄົງ. ປະຈຸ​ບັນ​, ຮ່າງ​ກົດໝາຍວ່າ​ດ້ວຍແຫຼ່ງ​​ຊັບພະ​ຍາກອນສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາ​ະ ຄາດ​ວ່າ​ຈະ​​ແບ່ງ​ເປັນ 9 ພາກ. ​ໃນ​ນັ້ນ​​ເນັ້ນ​ໜັກເຖິງ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຂອບ​ເຂດ​​ປັບປຸງ, ​ເປົ້າ​ໝາຍ​ນຳ​ໃຊ້, ບັນຫາ​ກຳມະສິດ​​ແຫຼ່ງ​ຊັບພະຍາກອນສິ່ງ​​ແວດ​ລ້ອມ​ທະ​ເລ ​ແລະ ​ເກາ​ະ, ເນື້ອ​ໃນ​, ຫຼັກການ​ນະ​ໂຍບາຍ​ຂອງ​ລັດ​ກ່ຽວກັບ​ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທະ​ເລ, ​ເກາະ. ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​​ຂຸດ​ຄົ້ນນຳ​ໃຊ້​ທະ​ເລ ​ແລະ ​ເກາະ, ຂໍ້ກຳນົດ​ກ່ຽວ​ກັບການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນນຳ​ໃຊ້​ແຫຼ່ງຊັບພະຍາກອນ​ ​ແລະ ຄຸ້ມ​ຄອງ​ການ​ເຄື່​ອນ​ໄຫວ​ຄົ້ນຄວ້າ​ວິທະຍາສາດ, ສຳ​ຫຼວດ​ແຫຼ່ງຊັບພະຍາກອນ​ສິ່ງ​​ແວດ​ລ້ອມ​ທາງ​ທະ​ເລໂດຍ​ພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ