ສ້າງເງື່ອນໄຂເພື່ອໃຫ້ຜູ້ຖືກຕິດເຊື້ອພະຍາດ HIV ໄດ້ຮັບການປິ່ນປົວ

(VOVWORLD) - ຈຸດໝາຍ 90-90-90 ມີຄວາມໝາຍວ່າ: ຈົນຮອດປີ 2020, ສູ້ຊົນໃຫ້ໄດ້ 90% ຜູ້ຕິດແປດໂລກ HIV ໄດ້ຮັບຮູ້ອາການຂອງຕົນ, 90% ຜູ້ຖືກບົ່ງມະຕິຕິດແປດໂລກ HIV
ສ້າງເງື່ອນໄຂເພື່ອໃຫ້ຜູ້ຖືກຕິດເຊື້ອພະຍາດ HIV ໄດ້ຮັບການປິ່ນປົວ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP)

ຕອນເຊົ້າວັນທີ 26 ພະຈິກ, ທີ່ນະຄອນ ຫາຍເຢືອງ, ກະຊວງສາທາລະນສຸກ ຫວຽດນາມ ຈັດຕັ້ງພິທີໂຮມຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວລະດັບຊາດກ່ຽວກັບການ ປ້ອງກັນ, ຕ້ານ HIV / AIDS ແລະ ວັນສາກົນປ້ອງກັນຕ້ານ AIDS ປີ 2017 ດ້ວຍສານທີ່ວ່າ “ວິເຄາະໂດຍໄວ, ມຸ່ງໄປເຖິງຈຸດໝາຍ 90-90-90”. ກ່າວຄຳເຫັນທີ່ພິທີຊຸມນຸມມິດຕິງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຊີ້ແຈ້ງວ່າ:

        “ພວກເຮົາຕ້ອງມານະພະຍາຍາມສ້າງເງືຶ່ອນໄຂ ເພື່ອໃຫ້ຜູ້ຖືກຕິດເຊື້ອ HIV ທັງໝົດ ຫຼື ມີຄວາມສ່ຽງຕິດເຊື້ອ HIV ບໍ່ໄດ້ລັງກຽດ ແລະ ໄດ້ຮັບຄວາມເຫັນອົກເຫັນໃຈ, ໄດ້ປິ່ນປົວ, ໄດ້ຮັບການຊ່ວຍເຫຼືອ ແລະ ໄດ້ເຄົາລົບ. ຂ້າພະເຈົ້າຮຽກຮ້ອງຄະນະພັກທຸກຂັ້ນ, ອຳນາດການປົກຄອງອົງການຈັດຕັ້ງມະຫາຊົນ ແລະ ທົ່ວສັງຄົມ. ພວກເຮົາພ້ອມກັນຮ່ວມແຮງຮ່ວມໃຈ ເພື່ອປະຕິບັດໄດ້ຈຸດໝາຍ 90-90-90 ຂອງສະຫະປະຊາຊາດ ເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ.

        ຕາມກະຊວງສາທາລະນະສຸກແລ້ວ, ຈຸດໝາຍ 90-90-90 ມີຄວາມໝາຍວ່າ: ຈົນຮອດປີ 2020, ສູ້ຊົນໃຫ້ໄດ້ 90% ຜູ້ຕິດເຊື້ອ HIV ໄດ້ຮັບຮູ້ອາການຂອງຕົນ, 90% ຜູ້ຖືກບົ່ງມະຕິຕິດເຊື້ອ HIV ໄດ້ປິ່ນປົວດ້ວຍຢາຕ້ານໄວຣັດ ແລະ 90% ຜູ້ຕິດເຊື້ອ HIV ໄດ້ປິ່ນປົວດ້ວຍຢາຄຸ້ມຄອງໄວຣັດ, ເພື່ອຈົນຮອດປີ 2030 ສິ້ນສຸດການຕິດເຊື້ອ HIV / AIDS.

ຕອບກັບ

ຂ່າວ/ບົດ​ອື່ນ