ສ້າງແຜນການກະກຽມໃຫ້ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9

ສ້າງແຜນການກະກຽມໃຫ້ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9 - ảnh 1
ພາບ: baodautu.vn

(vovworld) –​ຕອນ​ບ່າຍ​ວັນ​ທີ 23/3, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ, ຮອງ​ປະທານ​ຜູ້​ທີ່​ໜຶ່ງ​ສະພາ​ແຂ່ງຂັນ-​ຍ້ອງຍໍ​ສູນ​ກາງ, ​ໄດ້​ເປັນ​ປະທານ​ການ​ປະຊຸມ​ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ປຶກສາ​ຫາລື​ບັນດາ​ເນື້ອ​ໃນ, ​ແຜນການ​ກະກຽມ​ກອງ​ປະຊຸມ​ໃຫຍ່. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ: ​​​ເວລາກະກຽມຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​​ແມ່ນ​ເຫຼືອ​ບໍ່​ເທົ່າ​ໃດ​. ດັ່ງ​ນັ້ນ, ບັນດາ​ອະນຸກຳມະການ​ຄວນ​ຜັນ​ຂະຫຍາ​ຍ​ແຜນການ​ເຄື່ອນ​ໄຫວ​ຢ່າງ​ທັນທີ, ຊ້າ​ຊຸດ​ຮອດ​ວັນ​ທີ 10/4 ບັນດາ​ອະນຸກຳມະການ​ຕ້ອງ​ສ້າງ​ສຳ​ເລັດ​ແຜນການ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຮຽກຮ້ອງ​ຄວນ​ຄັດ​ເລືອກ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຕ້ອງ​ແມ່ນຜູ້​ທີ່​ດີ​ເດັ່ນ, ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​​ເຂົ້າໃນ​ທຸກ​ຂົງ​ເຂດ​ໃນ​ກອງ​ປະຊຸມ​ໃຫຍ່​ຜ່ານ​ມາ. ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ຈະ​ຈັດ​ຕັ້ງ​ໃນ​ເດືອນ 11/2015 ດ້ວຍ​ຜູ້​ແທນ​ເຂົ້າ​ຮ່ວມ​ແມ່ນ 2.000 ຄົນ.

ຂ່າວ/ບົດ​ອື່ນ