ສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ


ສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ - ảnh 1
ພາບ​ປະ​ກອບ:vov

(vovworld)-​ ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “ບັນ​ດາ​ມາດ​ຕະ​ການ​ຈັດ​ຕັ້ງ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າງ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນ​າ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ” ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 9/1 ຢູ່​ຮ່າ​ໂນ້ຍ.  ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ມີ​ບົດ​ປະ​ກອບ​ຄຳ​ເຫັນ​ເກືອບ 30 ບົດ ໄດ້​ຊີ້​ແຈ້ງ​ຫລາຍ​ບັນ​ຫາ​ຄື: ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳ​ໃນ​ພັກ, ສ້າງ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ປອດ​ໃສ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ສາ​ກົນ, ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ອອກ​ສູ່​ຕ່າງ​ປະ​ເທດ, ຍົກ​ສູງ​ຄຸນ​ນະ​ພາບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ. ສາດ​ສະ​ດາ​ຈານ ດີງ​ຊວນ​ຢູງ, ກຳ​ມະ​ການ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຍົກ​ຄຳ​ເຫັນ​ວ່າ:

        “ຕ້ອງ​ຖື​ວັດ​ທະ​ນະ​ທຳ​ກາຍ​ເປັນ​ຫນຶ່ງ​ໃນ 4 ເສົາ​ຄ້ຳ​ຂອງ​ການ​ພັດ​ທະ​ນາ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ຂົງ​ເຂດ​ຕ່າງໆ. ຂ້າ​ພະ​ເຈົ້າ​ຖື​ວ່າ ຕ້ອງ​ຄົ້ນ​ຄ້​ວາ, ຮີບ​ເຮັ່ງສ້າງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​.”

 

ຂ່າວ/ບົດ​ອື່ນ