ສານມາເລເຊຍປະກາດຄຳຕັດສິນຈຳຄຸກສຳລັບນາງ ດ່ວານທິເຮືອງ

(VOVWORLD) -ວັນທີ 01 ເມສາ, ຜູ້ພິພາກສາ Azmi Ariffin ຂອງສານສູງສຸດ Shah Alam ຢູ່ລັດ Selangor ຂອງມາເລເຊຍ, ໄດ້ປະກາດຄຳຕັດສິນຈຳຄຸກ 3 ປີ 4 ເດືອນ ສຳລັບນາງ ດ່ວານທິເຮືອງ.

ສານມາເລເຊຍປະກາດຄຳຕັດສິນຈຳຄຸກສຳລັບນາງ ດ່ວານທິເຮືອງ - ảnh 1ສານມາເລເຊຍປະກາດຄຳຕັດສິນຈຳຄຸກສຳລັບນາງ ດ່ວານທິເຮືອງ

(ພາບ:AFP/ TTXVN)

ໃນກໍລະນີສັງຫານພົນລະເມືອງສປປ.ເກົາຫຼີ Kim Chol ເມື່ອປີ 2017, ນາງ ດ່ວານທິເຮືອງ ຖືກກ່າວຫາວ່າບໍ່ຕັ້ງໃຈກໍ່ຄວາມບາດເຈັບດ້ວຍບັນດາພາຫະນະທີ່ອັນຕະລາຍ, ແທນທີ່ໂທດປະຫານຊີວິດ.

        ກ່າວຄຳເຫັນພາຍຫຼັງປະກາດຄຳຕັດສິນຂອງສານ, ນາງ ດ່ວານທິເຮືອງ ໄດ້ຂໍຂອບໃຈສານ, ສະຖານທູດ ແລະ ປະຊາຄົນຊາວຫວຽດນາມ ອາໄສຢູ່ມາເລເຊຍ ກໍຄືວົງການນັກຂ່າວໄດ້ສະຫງວນຄວາມເອົາໃຈໃສ່.

ເຂົ້າຮ່ວມວາລະປະຊຸມສານພິພາກສາມີຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳມາເລເຊຍ ໂດຍທ່ານເອກອັກຄະລັດຖະທູດ ເລກຸຍກີ່ນ ນຳໜ້າ, ທ່ານ ດ່ວານວັນແຮ້ງ, ພໍ່ຂອງຈຳເລີຍ, ພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ. ວາລະປະຊຸມພິພາກສາໄດ້ຮັບຄວາມສົນໃຈຈາກວົງການສື່ມວນຊົນ. ຄາດວ່າ, ມີນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດປະມານ 100 ຄົນໄດ້ມາເອົາຂ່າວກ່ຽວກັບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ