(vovworld) – ວັນທີ 17/10, ສຳນັກຂ່າວສານອົດສຕາລີ (AAP), ໃຫ້ຂໍ້ສັງເກດວ່າ, ພາຍຫຼັງສັນຍາຄູ່ຮ່ວມືຂ້າມປາຊີຟິກ (TPP) ມີຜົນສັກສິດ, ຫວຽດນາມ ຈະກາຍເປັນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງສຳລັບອົດສຕາລີ, ພິເສດແມ່ນບັນດານັກລົງທຶນອົດຕາລີ ຢູ່ ຫວຽດນາມ ຈະມີທ່າໄດ້ບຽບຫຼາຍຢ່າງ. ສຳນັກຂ່າວສານ APP ໄດ້ຄັດຄຳເວົ້າຂອງບັນດານັກໄຈ້ແຍກ ແລະ ນັກການທູດໂດຍຖືວ່າ, ບັນດາການພົວພັນດ້ານການຄ້າຂອງອົດສຕາລີ ກັບຫວຽດນາມ ຈະພັດທະນາກວ່າອີກ, ພາຍຫຼັງທີ່ TPP ມີຜົນສັກສິດ. ນັກເສດຖະກິດ Sandeep Mahajan ສັງກັດຫ້ອງການທະນາຄານໂລກ ປະຈຳຮ່າໂນ້ຍ ໄດ້ຕີລາຄາວ່າ, TPP ໄດ້ສ້າງທ່າແຮງຢ່າງໃຫຍ່ຫຼວງໃຫ້ເສດຖະກິດຫວຽດນາມ ແລະ ສາມາດເຮັດໃຫ້ຫວຽດນາມ ບັນລຸລະດັບເຕີບໂຕ GDP 8% ໃນປີ 2030. ທ່ານອຸປະທູດຊົ່ວຄາວຢູ່ສະຖານທູດອົດສຕາລີ ປະຈຳຫວຽດນາມ Layton Pike ກໍຕີລາຄາວ່າ TPP ຈະຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍ ແລະ TPP ຈະສ້າງສິດສຳພັດຕະຫຼາດໃຫຍ່ກວ່າໃຫ້ບັນດານັກລົງທຶນອົດສຕາລີ ເຂົ້າໃນຕະຫຼາດສຶກສາຫວຽດນາມ, ເຊິ່ງພວມແມ່ນຕະຫຼາດທີ່ໃຫຍ່ອັນດັບທີ 3 ຂອງອົດສາລີ.