(ພາບປະກອບ)
(vovworld) - ວັນທີ 15/03 ທ່ານນາງປະທານາທິບໍດີ ສ.ເກົາຫຼີ Park Geun – hye ກະຕຸກຊຸກຍູ້ ສປປ.ເກົາຫຼີ ໃຫ້ມີການປ່ຽນແປງໃນສະພາບຄວາມເຄັ່ງຕຶງພວມປີນຂັ້ນໄດໃນແຫຼມເກົາຫຼີ. ໃນວັນດຽວກັນ ກ່າວຄຳເຫັນທີ່ການປະຊຸມຄະນະລັດຖະບານທ່ານນາງ Park Geun – hye ຢືນຢັນວ່າ: ຖ້າບໍ່ມີການປ່ຽນແປງ, ຫາກສືບຕໍ່ເກາະຜິດຢ່າງໄຮ້ເຫດຜົນ ແລະ ປະເຊີນໜ້າຢ່າງແຮງກັບປະຊາຄົມສາກົນ, ພຽງຢາງ ຈະຕົກເຂົ້າສູ່ “ສະພາບງທຳລາຍຕົນເອງ”. ຕາມທ່ານ Park Geun – hye ແລ້ວ, ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດເປັນຢ່າງແຮງຈາກປະຊາຄົມສາກົນ ແລະ ສ.ເກົາຫຼີ, ສປປ.ເກົາຫຼີ ຍັງສືບຕໍ່ຍົກອອກບັນດາຄຳຖະແຫຼງເກາະຜິດຄື: ບຸກໂຈມຕີນິວເຄຼຍນາບຂູ່ແຕ່ຫົວທີ, ດຳເນີນການທົດລອງນິວເຄຼຍອື່ນໆ ແລະ ຍິງລູກສອນໄຟໄລຍະສັ້ນ. ແລະໃນວັນດຽວກັນ, ກະຊວງການຕ່າງປະເທດ ສ.ເກົາຫຼີ ກໍ່ກ່າວເຕືອນວ່າ ປະເທດນີ້ຈະໂຕ້ຕອບບັນດາໄພນາບຂູ່ນິວເຄຼຍຂອງ ສປປ.ເກົາຫຼີ.