ສ.ເກົາຫຼີໃຫ້ສັດຕະຍາບັນFTAກັບຫວຽດນາມ

ສ.ເກົາຫຼີໃຫ້ສັດຕະຍາບັນFTAກັບຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) - ສັນ​ທີ 30/11, ສະ​ພາ​ແຫ່ງ​ຊາດ​ສ.ເກົາ​ຫຼີ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ​ຫວຽດ​ນາມ. ນີ້​ກ​ໍ​ແມ່ນກອງ​ປະ​ຊຸມ​ເຊິ່ງ​ໃນ​ນັ້ນ ບັນ​ດາ FTA ຂອງ​ສ.ເກົາ​ຫຼີ ກັບ ນິວ​ຊີ​ແລນ ແລະ ຈີນ ໄດ້​ໃຫັ​ສັດ​ຕະ​ຍາ​ບັນ. ຕາມ​ສັນ​ຍາ FTA ລະ​ຫວ່າງ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ, ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອ​ນ 05/2015 ຢູ່​ຮ່າ​ໂນ້ຍ, ຫວຽດ​ນ​າມ ຈະ​ຍົກ​ເ​ລີກ​ພາ​ສີນຳ​ເຂົ້າສຳ​ລັບ​ ຍອດຈຳ​ນວນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈ​າກ​ສ.ເກົາ​ຫຼີ ເກືອບ 90% ໃນ​ໄລ​ຍະ 15 ປີ, ນັບ​ແຕ່​ເມື່ອ​ສັນ​ຍາ​ນີ້​ໄດ​້​ຮັບ​ການ​ປະ​ຕິ​ບັດ. ກໍ​ໃນ​ໄລ​ຍະ​ນີ້, ສ.ເກົາ​ຫຼີ ຈະ​ຍົກ​ເລີກ​ພາ​ສື​ນຳ​ເຂົ້າກວ່າ 95% ຍອດ​ຈຳ​ນວນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເ​ຂົ້າ​ຈາກ​ຫວຽດ​ນາມ. ຕາມ​ສັນ​ຍາ​ດັ່ງ​ກ່າວ, ຝ່າຍ​ສ.ເກົາ​ຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບຸ​ລິ​ມະ​ສິດ​ຫຼຸດ​ຜ່ອນ​ພາ​ສີ​ອາ​ກອນ, ສ້າງ​ກາ​ລະ​ໂອ​ກາດ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​​ກະ​ເສດ​ສິນ​ໃນ​ນ້ຳ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ, ໃນ​ຂະ​ນະ​ນັ້ນ, ຝ່າຍ​ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັ​ນ​ຍາ​ຫຼຸດ​ຜ່ອນ​ພາ​ສີ​ຕົ້ນ​ຕໍ​ສຳ​ລັບຂົງ​ເຂດ​ຕ່າງໆ​ຄື ວັດ​ຖຸ​ດິບ​ສຳ​ຮອງ​ໃນ​ການ​ເຄື່ອງ​​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ, ເຄື່ອງ​ຈັກ… ທີ່​ນຳ​ເຂົ້າ​ຈາກ​ສ.ເກົາ​ຫຼີ.

      ພາຍ​ຫຼັງ​ສະ​ພ​າແຫ່ງ​ຊາດ​ສ.ເກົາ​ຫຼີ​ໃຫ້​ສັດ​ຕະ​ຍາ​ບັນ​ FTA ກັບ 3 ປະ​ເທດ​ຫວຽດ​ນາມ, ຈີນ ແລະ ນິວ​ຊີ​ແລນ, ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ, ທ່ານ Jeong Yeon guk ໃຫ​້​ຮູ້​ວ່າ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Gen hye ກ​ໍ​ຫວັງ​ວ່າ, ບັນ​ດາ​ອົງ​ການ​ສ້າງ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຈະ​ຜັນ​ຂະ​ຫຍາຍ​ຢ່າງວ່ອງ​ໄວ​ບັນ​ມາດ​ຕະ​ການ​ຕໍ່​ໄປ​ເພື່ອ​ຮັບ​ປະ​ກັນ​ວ່າ​ໃຫ້ບັນ​ດາ FTA ຈະ​ມີ​ຜົນ​ສັກ​ຊິດ​ໃນ​ປີນ​ີ້.

ຂ່າວ/ບົດ​ອື່ນ