ສ.ເກົາຫຼີ ຍັງບໍ່ທັນສ້າງແຜນການລະອຽດໃຫ້ການຢ້ຽມຢາມຂອງການນຳ ສປປ.ເກົາຫຼີ

(VOVWORLD) - ວັນທີ 28 ຕຸລາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຖະແຫຼງວ່າ ຍັງບໍ່ທັນສ້າງແຜນການລະອຽດກ່ຽວກັບເລື່ອງການນຳ ສປປ.ເກົາຫຼີ Kim Jong-un ອາດຈະຢ້ຽມຢາມ ເຊີອູນ. 

ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Moon Jae-in ສະແດງຄວາມປາດຖະໜາຢາກພາທ່ານ Kim Jong-un ຂຶ້ນພູ Halla, ຍອດພູສູງສຸດຂອງ ສ.ເກົາຫຼີ, ຖ້າຫາກການນຳ Kim Jong-un ຢ້ຽມຢາມ ເຊີອູນ. ພູ Halla ຕັ້ງຢູ່ເກາະ Jeju ຂອງ ສ.ເກົາຫຼີ, ຢູ່ຊ່ອງແຄບທະເລ ສປປ.ເກົາຫຼີ ລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ.

       ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ສ.ເກົາຫຼີ ກໍ່ສະແດງຄວາມປາດຖະໜາຢາກໃຫ້ການນຳ ສປປ.ເກົາຫຼີ Kim Jong-un ຢ້ຽມຢາມ ສ.ເກົາຫຼີ ກ່ອນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ