ສ.ເກົາຫຼີ ຢືນຢັນຮັກສາ ການຊ່ວຍເຫຼືອມະນຸດສະທຳໃຫ້ ສປປ.ເກົາຫຼີ

ສ.ເກົາຫຼີ ຢືນຢັນຮັກສາ ການຊ່ວຍເຫຼືອມະນຸດສະທຳໃຫ້ ສປປ.ເກົາຫຼີ - ảnh 1
(ພາບປະກອບ: TTXVN)

(vovworld) – ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ເດື​​ອນ​ໃນ​ວັນ​ທີ 21/05, ທ່ານ​ນາງ​ໂຄສົກ​ກະຊວງ​ເອກະ​ພາບ​ສ.​ເກົາຫຼີ Park Su – jin ຢືນຢັນ​ວ່າ  ​ເຊີ​ອູນ ຍັງ​ຮັກສາ​ການ​ຊ່ວຍ​ເຫຼືອມະນຸດສະທຳ​ໃຫ້ ສປປ.​ເກົາຫຼີ, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ ພຽງ​ຢາງ ປະຕິ​ເສດ​ການ​ຊ່ວຍ​ເຫຼືອຂອງ​ບາງ​ອົງການ​ພົນ​ລະ​ເຮືອນ​ສ.​ເກົາຫຼີ. ທ່ານ​ນາງ Park Su – jin  ​ໃຫ້​ຮູ້​ວ່າ ​ໄດ້​ຮັບ​ແຈ້ງ​ຂ່າວ​ຈາກ​ຝ່າຍ​ພຽງ​ຢາງ ກ່ຽວ​ກັບ​ເລື່ອງ ສປປ.​ເກົາຫຼີ ຢຸດຕິ​ການຊ່ວຍ​ເຫຼືອມະນຸດສະທຳຂອງ​ບັນດາ​ອົງການ​ພົນ​ລະ​ເຮືອນ​ສ.​ເກົາຫຼີ ​ໂດຍຊົ່ວຄາວ ຍ້ອນ​ບັນດາ​ອົງການ​ດັງ​ກ່າວ​​ໄດ້​ສວຍ​ໃຊ້​ການຊ່ວຍ​ເຫຼືອເຂົ້າ​ໃນ​ຈຸດໝາຍ​ການ​ເມືອງ. ​ແຕ່ວ່າ ທ່ານ​ນາງ Park Su – jin ກໍ່​ຢືນຢັນ​ຫຼັກໝັ້​ັນຂອງ​ລັດຖະບານ​ສ.​ເກົາຫຼີ ວ່າ ຈະ​ສືບ​ຕໍ່​ຮັກສາການ​ຊ່ວຍ​ເຫຼືອມະນຸດສະທຳ​ໃຫ້​ປະຊາຊົນ ສປປ.​ເກົາຫຼີ.

ຂ່າວ/ບົດ​ອື່ນ