ສ.ເກົາຫຼີ ສະເໜີເລຂາ ທິການໃຫຍ່ສປຊ ໜູນຊ່ວຍການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

ສ.ເກົາຫຼີ ສະເໜີເລຂາ ທິການໃຫຍ່ສປຊ ໜູນຊ່ວຍການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1
(ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye)

(vovworld) – ວັນ​ທີ 02/01, ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່, ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye ​ແລະ ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໄດ້​​ໂອ້​ລົມທາງ​ໂທລະສັບ, ​ໃນ​ນັ້ນ​ທ່ານ​ນາງ Park Geun hye ສະ​ເໜີ​ໃຫ່ທ່ານ Ban Ki moon ພ້ອມ​ກັບສະຫະ​ປະຊາ​ຊາດໜູນ​ຊ່ວຍ​ແກ້​ໄຂ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ມີ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ​ລະຫວ່າງ​ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ​ຄືນ​ໃໝ່, ປັບປຸງ​ການ​ພົວພັນ​ລະຫວ່າງ 2 ຝ່າຍ ຜ່ານ​ການ​ແກ້​ໄຂ​ບັນດາ​ນິວ​ເຄຼີຍຂອງ​ສປປ.​ເກົາຫຼີ, ກໍ່​ຄື​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ປະຊາຊົນ​ສປປ.​ເກົາຫຼີ ປັບປຸງ​ຊີວິດ​ການ​ເປັນ​ຢູ່. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໃຫ້​ຮູ້​ວ່າ, ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ມີ​ບັນດາ​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປ​ັນ​ເພື່ອ​ປັງ​ປຸງ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ