ສ.ເກົາຫຼີ ເປີດກວ້າງການ ຮ່ວມມືກັບຈີນ, ອາເມລິກາ ແນໃສ່ປອດນິວເຄຼຍໃນແຫຼມເກົາຫຼີ

ສ.ເກົາຫຼີ ເປີດກວ້າງການ ຮ່ວມມືກັບຈີນ, ອາເມລິກາ ແນໃສ່ປອດນິວເຄຼຍໃນແຫຼມເກົາຫຼີ  - ảnh 1
ສ.​ເກົາຫຼີ ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຈີນ,
ອາ​ເມລິ​ກາ ​ແນ​ໃສ່​​ປອດ​ນິວ​ເຄຼຍ​ໃນ​ແຫຼມເກົາຫຼີ ​
(ພາບ: Yonhap/TTXVN)

(vovworld) – ​ໃນ​ບົດ​ລາຍ​ງານ​ປະຈຳ​ປີ ທີ່​ຍື່ນ​ສະ​ເໜີຕໍ່​ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye, ​​ວັນ​ທີ 19/01, ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ ​ຊີ້​ແຈ້​ງວ່າ, ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຈີນ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຈຸດໝາຍ​ປອດ​ນິວ​ເຄຼຍ ​ໃນ​ແຫຼມ​ເກົາຫຼີ. ບົນ​ຫຼັກການ “​ເປີດ​ສັງ​ກາດ​ເ​​ອກະພາບ” ຜ່ານ​ທາງ​ການ​ທູດ, ກະຊວງ​ການ​ຕ່າງປະ​ເທ​ດສ.​ເກົາຫຼີ ​ໄດ້​ວາງ​ອອກ​ຄາດໝາຍ​ບໍ່​ປະ​ໃຫ້​ໂຄງການ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ ​ເຮັດ​​ໃຫ້ການ​ພົວພັນ​ລະຫວ່າງ ​ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ຊົ່ວ​ຮ້າຍ​ລົງ. ກະຊວງ​ດັ່ງກ່າວ​ກໍ່​ຖື​ວ່າ, ການ​ພົວພັນ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ໄດ້​ຮັບ​ການປັບປຸງ​ຈະ​ຊ່ວຍ​ໃຫ້​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ​ແລະ ກົງກັນຂ້າມ, ບັນດາ​ຄວາມ​ມານະ​ພະຍາຍາມ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ຈະ​ຊ່ວຍ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ
ຂ່າວ/ບົດ​ອື່ນ