ສ.ເກົາຫຼີ ແລະ ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ ການຮ່ວມມື

ສ.ເກົາຫຼີ ແລະ ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ ການຮ່ວມມື - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 04/02, ທ່ານ​ນາງ​ປະທານາທິບໍດີສ.​ເກົາ​ຫຼີ Park Geun hye ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຈາງ​ວານ​​ແຈ໋ວນ ພວມ​ຢູ່​ຢ້ຽມຢາມ​ປະ​ເທດ​ນີ້ ​ໄດ້​ໃຫ້​ຄຳ​ໝັ້ນສັນຍາຊຸກຍູ້​ການ​ພົວພັນ 2 ຝ່າຍ. ທ່ານ​ນາງ Park Geun hye ຢືນຢັນ​ວ່າ, ​ເຊີ​ອຸ່ນ ​ແລະ ປັກ​ກິ​ງ ພວມ​ປັບປຸງ​ການ​ພົວພັນ​ມິດຕະພາບ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ. ທ່ານ​ນາງ​ໃຫ້​ຮູ້​ວ່າ, ​ເຊີ​ອຸ່ນ ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສ.​ເກົາຫຼີ - ຈີນ ​ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ ​ແລະ ສັນຕິພາບ​ໃນ​ແຫຼມ​ເກົາຫຼີ ຜ່ານ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື ​ແລະ ສັນຕິພາບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ.

        ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ​້ອງກັນ​ປະ​ເທດ​ຈີນ ຈາງ​ວານ​​ແຈ໋ວນ ​ເນັ້ນ​ໜັກ​ວ່າ, ປັກ​ກິ​ງ ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ສະພາບ​ການ​ໃນ​ແຫຼີມ​ເກົາຫຼີ ​ແລະ ປາດ​ຖະໜາ​ວ່າ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ແລກປ່ຽນ​ຢ່າງ​ຕັ້ງໜ້າ​ເຊິ່ງກັນ ​ແລະ ກັນ, ​​ເພື່ອເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວກັບ​ໂຄງການ​ນິວ​ເຄຼຍຂອງ​ພຽງ​ຢາງ ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ