ສ.ເກົາຫຼີ ໃຫ້ຂ້ໍສັງເກດວ່າ ສປປ.ເກົາຫຼີ ສາມາດ ຜະລິດລະເບີດນິວເຄຼຍ ຈາກ ອູຣານີ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ Kim Kwan Jin
(ພາບ: xinhuanews)
(vovworld) - ກ່າວຄຳເຫັນທີ່ວາລະຊັກຖາມຂອງສະພາແຫ່ງຊາດສ.ເກົາຫຼີ ໃນວັນທີ 20/11, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ Kim Kwan Jin ໃຫ້ຮູ້ວ່າ ເຊີອູນ ຕີລາຄາໂຄງການນິວເຄຼຍຂອງສປປ.ເກົາຫຼີ ບັນລຸລະດັບສາມາດຜະລິດອາວຸດນິວເຄຼຍ ຈາກອຸຣານີໄດ້. ເມື່ອເຕື້ອງເຖິງກຸ່ມເຕົາປະຕິກອນນິວເຄຼຍ 5 MW ທີ່ເລີ່ມເຄື່ອນໄຫວຄືນໃໝ່ຢູ່ Yongbyon ຂອງສປປ.ເກົາຫຼີ, ທ່ານ Kim Kwan Jin ຖືວ່າ ພຽງຢາງ ພວມດຳເນີນບັນດາການເຄື່ອນໄຫວເພື່ອກະກຽມໃຫ້ແກ່ການທົດລອງນິວເຄຼຍ.
ກ່ອນໜ້ານັ້ນ, ສຳນັກຂ່າວສານ Yonhap ໄດ້ຄັດຄຳໃຫ້ຂໍ້ສັງເກດຂອງທ່ານຮອງລັດຖະມົນຕີປ້ອງກັນປະເທດສ.ເກົາຫຼີ Baek Seung – joo ວ່າ ສປປ.ເກົາຫຼີ ພວມກະກຽມດຳເນີນການທົດລອງນິວເຄຼຍ ຄັ້ງທີ 4 ໃນບໍ່ວ່າເວລາໃດ. ຕາມທ່ານ Baek Seung – joo ແລ້ວ, ທາງອຸມົງໃຕ້ດິນທິດໃຕ້ຂອງເຂດທົດລອງນິວເຄຼຍ Punggye – ri ອາດຈະແມ່ນສະຖານທີ່ດຳເນີນການທົດລອງນິວເຄຼຍນີ້.