ຫນູນຊ່ວຍຜ່າຕັດຫົວໃຈໃຫ້ແກ່ເດັກນ້ອຍຫວຽດນາມ6000ຄົນ

(VOVWORLD) -ເດັກນ້ອຍຜູ້ທີ 6000 ຫາກໍ່ໄດ້ຮັບການຜ່າຕັດຫົວໃຈສຳເລັດຜົນຢູ່ ໂຮງໝໍມະຫາວິທະຍາໄລການແພດການຢານະຄອນໂຮ່ຈິມີນ ຜ່ານໂຄງການ “ຫົວໃຈຫວຽດນາມ”. 


 ນີ້ແມ່ນຂ່າວຄາວໂດຍທ່ານນາງ Robin King Austin ຜູ້ອຳນວຍການຝ່າຍບໍລິຫານກອງທຶນ VinaCapital Foundation ຂຶ້ນກັບກຸ່ມບໍລິສັດ VinaCapital Foundation ແຈ້ງໃຫ້ຊາບໃນຕອນບ່າຍວັນທີ 16 ມັງກອນ.

ຕາມທ່ານນາງ Robin King Austin ແລ້ວ, ເດັກນ້ອຍ 6000 ຄົນໄດ້ຮັບການຜ່າຕັດຫົວໃຈໂດຍບໍ່ເສຍຄ່າໃນຕະຫລອດ 11 ປີຜ່ານມາ ແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງບັນດາຜູ້ໃຈບຸນໃຈກຸ້ສົນ, ບັນດາຄູ່ຮ່ວມມືຢູ່ 63 ແຂວງ, ນະຄອນ ຂອງຫວຽດນາມ. ຄວາມມານະພະຍາຍາມນີ້ ໄດ້ກູ້ເອົາຊີວິດ ເດັກນ້ອຍ 6000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ