ຫວຽດນາມກັບເຢຍລະມັນນຳການພົວພັນສອງປະເທດພັດທະນາໃນທຸກຂົງເຂດ

ຫວຽດນາມກັບເຢຍລະມັນນຳການພົວພັນສອງປະເທດພັດທະນາໃນທຸກຂົງເຂດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕິນ​ຢູງ ຕ້ອນ​ຮັບ​ທ່ານ Boris Rhein
(ພາບ: nhandan.com.vn)

(vovworld) - ​​​ໃນ​ພິ​ທີ​ຕ້ອນ​ຮັບ​ທ່ານ Boris Rhein, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ສີ​ລະ​ປະ  ລັດ Hessen, ໃນ​ວັນ​ທີ 6/11 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕິນ​ຢູງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ເຢຍ​ລະ​ມັນ ສືບ​ຕໍ່​ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ການ​​ຊຸກ​ຍູ້ຮ່ວມ​ມືໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ-ເຕັກ​ນິກ……ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິນ​ຢູງ ຕີ​ລາ​ຄາ​ສູງ ເລື່ອງ​ເຢຍ​ລະ​ມັນ​ໜູນ​ຊ່ວຍ​ຫວຽດ​ນາມກໍ່​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ ​ຫວຽດ​ນາມ-ເຢຍ​ລະ​ມັນ, ແລະ ນຳ​ເຂົ້າ​ໃຊ້​ງານນັ້ັ້ນ ທ່ານຖື​ວ່າ: ໂຄງ​ການນີ້​ແມ່ນ​ໂຄງ​ການ​ແບບ​ຢ່າງ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ  Boris Rhein ຢືນ​ຢັນ​ວ່າ​:  ລັດ Hessen ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ, ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ ມີ​ເລື່ອງ​ສືບ​ຕໍ່​ໜູນ​ຊ່ວຍກໍ່​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ ຫວຽດ​ນາມ-ເຢຍ​ລະ​ມັນໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ ແລະ ແມ່ນ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​​ທີ່ດີ​ເລີດຄື​ດັ່ງ​ຄວາມ​ປາ​ຖະ​ໜາ​ຂອງ​ສອງ​ຝ່າຍ.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ