ຫວຽດນາມ-ຈຸດສະຫວ່າງສະໄຫວໃນກຸ່ມຕະຫຼາດຫາກໍພົ້ນເດັ່ນ
(ພາບປະກອບ)
(vovworld) – ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດສະຫວ່າງສະໄຫວເປັນຈຳນວນໜ້ອຍຢູ່ກຸ່ມຕະຫຼາດທີ່ຫາກໍພົ້ນເດັ່ນ, ດ້ວຍລະດັບເຕີບໂຕສູງ ແລະ ໝັ້ນຄົງ. ໜັງສືພິມ “Financial Times” ຂອງອັງກິດ ມີບົດຂຽນກ່ຽວກັບກຸ່ມຕະຫຼາດຫາກໍພົ້ນເດັ່ນເຊິ່ງລວມມີ: ຮຸງກາຣີ, ສ.ເຊັກໂກ, ໂຣມາເນຍ, ໂປໂລຍ ແລະ ຫວຽດນາມ. ຕາມບົດລາຍງານດັ່ງກ່າວ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕດ້ານເສດຖະກິດໃນປີ 2014 ສູງກວ່າລະດັບເຕີບໂຕສະເລ່ຍໃນ 5 ປີຜ່ານມາ. ບົດຂຽນກໍຄັດສະເໜີການຄາດຄະເລຂອງບໍລິສັດສຳຫຼວດ Consensus Economic ໂດຍຖືກວ່າ, ຫວຽດນາມ ອາດຈະບັນລຸລະດັບເຕີນໂຕ 6,1% ໃນປີ 2015 ແລະ 6,2% ໃນປິ 2016. ຫວ່າງແລ້ວນີ້, ທະນາຄານພັດທະນາອາຊີ (ADB) ກໍຄາດຄະເນລະດັບເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນ 2 ປີ 2015 ແລະ 2016 ຈະແມ່ນ 6,5% ແລະ 6,6% ຕາມລຳດັບ. ເມື່ອຕອບສຳພາດຕໍ່ໜັງສືພິມ “Financial Times”, ທ່ານ Dominic Scriven, ຜູ້ອຳນວຍການໃຫຍ່ກອງທຶນ Dragon Capital, ໄດ້ສະແດງຄວາມປະເອີບໃຈ ເມື່ອຕີລາຄາວ່າ ຫວຽດນາມ ອາດຈະບັນລຸລະດັບເຕີມໂຕ 6,5% ໃນປີ 2015 ແລະ ເກືອບ 7% ໃນປີ 2016.
ບົດຂຽນຖືວ່າ, ປັດໃຈຊ່ວຍໃຫ້ຫວຽດນາມ ບັນລຸໄດ້ຜົນງານດັ່ງກ່າວ ແມ່ນຍ້ອນແຫຼ່ງຄົນງານມີຄ່າແຮງງານຖືກ ພາຍຫຼັງບັນດານັກລົງທຶນຢູ່ບາງປະເທດຢາກຍົກຍ້າຍການເຄື່ອນໄຫວຜະລິດຜະລິດຕະພັນລາຄາຖືກໄປສູ່ປະເທດອື່ນ, ຕົ້ນຕໍ່ແມ່ນຢູ່ອາຊີ.