50 ປີຜ່ານມາ, ວຽກງານປະຊາກອນ, ວາງແຜນຄອບຄົວບັນລຸໄດ້ບັນດາໝາກຜົນສຳຄັນຄື: ໂຄງງປະກອບປະຊາກອນຕາມອາຍຸມີການປ່ຽນແປງຢ່າງຕັ້ງໜ້າ, ອາຍຸຍືນສະເລ່ຍໄດ້ສູງຂຶ້ນ, ສະພາບການເພິ່ມປະຊາກອນໄວໄດ້ຮັບການຄວບຄຸມໂດຍພື້ນຖານ. ຈຳນວນລູກຂອງຄູ່ຜົວເມຍໜຶ່ງຫຼຸດຈາກ 6 ຄົນໃນປີ 1960 ລົງເຫຼືອພຽງ 2 ຄົນໃນປີ 2009. ນັ້ນແມ່ນຂໍ້ມູນຂ່າວໂດຍທ່ານ ເຢືອງກວກຈ້ອງ ຫົວໜ້າກົມໃຫຍ່ກົມ ປະຊາກອນ - ວາງແຜນຄອບຄົວ ສັງກັດ ກະຊວງສາທາລະນະສຸກຫວຽດນາມ ຍົກອອກມາໃນການປະຊຸມຂ່າວສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອຂອງຂະແໜງ ປະຊາກອນ - ວາງແຜນຄອບຄົວ (ຄືວັນທີ 26/12/1961 – 26/12/2011) ແລະ ປຸກລະດົມເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບປະຊາກອນ ປີ 2011 ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 30/11 ຢູ່ຮ່າໂນ້ຍ. ທ່ານເຢືອງກວກຈ້ອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຫວຽດນາມໄດ້ເອົາໃຈໃສ່ເປັນພິເສດ ເຖິງເລື່ອງຫຼຸດຜ່ອນອັດຕາການເກີດ. ຈາກປະຖົມປັດໃຈນີ້, ໃນໄລຍະທີ່ຈະມາເຖິງ, ຄວາມຮ້ອນເຮັ່ງກ່ຽວກັບການຫຼຸດຜ່ອນອັດຕາການເກີດຈະບໍ່ສູງອີກ. ແຕ່ປະຈຸບັນ, ເຖິງເວລາແລ້ວເພື່ອໃຫ້ພວກເຮົາຜັນຂະຫຍາຍບັນດາຂົງເຂດຕ່າງກັນຂອງວຽກງານປະຊາກອນ. ນັ້ນແມ່ນມາດຕະການຄົບຊຸດກ່ຽວກັບບັນດາບັນຫາປະຊາກອນ ແລະ ເບິ່ງແຍງດູແລສຸຂະພາບຂອງແມ່ ແລະ ເດັກ
ໃນການປະຊຸມຂ່າວ, ກົມໃຫຍ່ປະຊາກອນ - ວາງແຜນຄອບຄົວກໍ່ໄດ້ປຸກລະດົມເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບ ປະຊາກອນ ປີ 2011. ໃນເດືອນເຄື່ອນໄຫວນີ້ ຈະມີບັນດາເຫດການ, ການເຄື່ອນໄຫວຕ່າງໆ ເພື່ອແນໃສ່ຍົກສູງຄວາມຮູ້ກ່ຽວກັບບົດບາດໜ້າທີ່, ຄວາມໝາຍ, ຄວາມສຳຄັນຂອງວຽກງານປະຊາກອນທີ່ມີຕໍ່ສຸຂະພາບ, ຄວາມຜາສຸກຂອງແຕ່ລະຄົນ, ແຕ່ລະຄອບຄົວ ແລະ ແມ່ນການພັດທະນາແບບຍືນຍົງຂອງປະເທດຊາດ.