ຫວຽດນາມຍາມໃດກໍຖືອັກຊັງຕີນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າໃນພາກພື້ນອາເມລິກາລາຕີນ

(VOVWORLD) -ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 28 ຫາວັນທີ 31/7/2018
ຫວຽດນາມຍາມໃດກໍຖືອັກຊັງຕີນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າໃນພາກພື້ນອາເມລິກາລາຕີນ  - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie 

ທີ່ການເຈລະຈາໃນຕອນເຊົ້າວັນທີ 30 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie ໄດ້ເຫັນດີຕີລາຄາສາຍພົວພັນຮ່ວມມືລະຫວ່າງຫວຽດນາມ-ອັກຊັງຕີນໃນ 45 ປີທີ່ຜ່ານມາ, ຊຶ່ງໄດ້ພັດທະນາຢ່າງຕັ້ງໜ້າໃນທຸກໆຂົງເຂດ. 2 ຝ່າຍໄດ້ເຫັນດີນຳກັນ ສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາໂຄງການຮ່ວມມືລະອຽດໃນຂົງເຂດກະສີກຳ, ການຢາ, ອຸດສາຫະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ….

     ໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie. ທີ່ການຕ້ອນຮັບ, ທ່ານ ຮ່ວາງບີງກວນ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍຖືອັກຊັງຕີນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າໃນພາກພື້ນອາເມລິກາລາຕີນ ພ້ອມທັງຫວັງຢາກປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອັງຊັງຕີນ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. 

ຕອບກັບ

ຂ່າວ/ບົດ​ອື່ນ