ຫວຽດນາມຍາມໃດກໍເຄົາລົບ,ຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນທຸກຄົນ


ຫວຽດນາມຍາມໃດກໍເຄົາລົບ,ຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນທຸກຄົນ - ảnh 1
ທ່ານ ເຈີນ​ແທງ​ເໝີນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ
ພາບ:congly.com
(vovworld)- ຕອນ​ບ່າຍ​ວັນ​ທີ 22/2 ຢູ່ ຮ່າ​ໂນ້ຍ, ທ່ານ ເຈີນ​ແທງ​ເໝີນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Kyoichi Sugino, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ກ​ານ​ສາ​ສະ​ຫນາ​ສາ​ກົນ​ເພື່ອ​ສັນ​ຕິ​ພາບ​ພວມ​ຢູ່​ຢ້ຽມ​ຢາມ​ຫວຽດ​ນາມ. ນະ​ທີ່​ນີ້ ທ່ານ ເຈີນ​ແທງ​ເໝີນ ໃຫ້​ຮູ້​ວ່າ: ມາ​ຮອດ​ປະ​ຈຸ​ບັນ ຫວຽດ​ນາມ ໄດ້​ຮັບ​ຮອງ 40 ອົງ​ການ​ສາ​ສະ​ຫນາ ທີ່​ຂຶ້ນ​ກັບ 14 ສາ​ສະ​ຫນາ. ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພັກ, ລັດ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ​ເຄົາ​ລົບ, ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ ແລະ ສິດ​ເສ​ລີ​ໃນ​ການບໍ່​ເຊື່ອ​ຖື​ສາ​ສະ​ຫນາ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ. ໃນ​ຊຸ​ມ​ປີ​ຜ່ານ​ມາ, ບັນ​ດາ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ບັນ​ດາ​ຂ​ະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ການ​ຂົນ​ຂວາຍ ແລະ ການ​ເຄ​ື່ອນ​ໄຫວ​ກຸ​ສົນ​ສັງ​ຄົມ, ສາ​ທາ​ລະ​ນະ​ສຸກ, ອຸ​ປະ​ກະ​ລະ​ສັງ​ຄົມ ແລະ ສອນ​ວິ​ຊາ​ຊີບ. ທ່ານ Kyoichi Sugino ປາດ​ຖະ​ຫນາ​ຢາກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃນ​ການ​ເຂົ້າ​ຮ່ວມ, ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ສະ​ຫນາ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ກັບ​ບັນ​ດາ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ບັນ​ດາ​ສາ​ສະ​ຫນາ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເວົ້າ​ລວມ.
ຂ່າວ/ບົດ​ອື່ນ