ຫວຽດນາມຍູ້ແຮງວຽກງານລົບລ້າງ ຄວາມອຶດຫີວຫລຸດຜ່ອນ ຄວາມທຸກຍາກ

ຫວຽດນາມຍູ້ແຮງວຽກງານລົບລ້າງ ຄວາມອຶດຫີວຫລຸດຜ່ອນ ຄວາມທຸກຍາກ - ảnh 1

68 ລ້ານ USD ​ໃຫ້​ແກ່​ການລົບ​ລ້າງ​ຄວາມ​ອຶດ​ຫີ​ວ
ຫລຸດຜ່ອນ​ຄວາມທຸກ​ຍາກຢູ່​ຫວຽດນາມ

(ພາບ:vietnamplus.vn)

( vovworld ) ​​​ຕອນ​ເຊົ້າວັນ​ທີ 22/3, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຄະນະຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ“ ສູນ​ກາງ ​ໄດ້ຈັດ​ກອງ​ປະຊຸມຜັນ​ຂະຫຍາຍ​ໜ້າ​ທີ່​ບັ້ນຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ“ ປີ 2012. ຕາມ​ນັ້ນ​ແລ້ວ, ປີ 2012, ຄະນະຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ“ ສູນ​ກາງ ​​ໄດ້​ວາງ​ອອກ 5 ໜ້າ​ທີ່, ​ໃນ​ນັ້ນມີໜ້າ​ທີ່​ຍູ້​ແຮງ​ວຽກງານ​ໂຄສະນາ, ຍົກ​ສູງ​ຄວາມ​ໝາຍ ​ແລະ ປະສິດທິ​ຜົນ​ຂອງ​ບັ້ນຂົນຂວາຍ, ສືບ​ຕໍ່​ຂົນຂວາຍ​ການສະໜັບ​ສະ​ໜູນ “ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ“ ​ແລະ ຂົນຂວາຍ​ແຫຼ່ງກຳລັງ​ຮັບປະກັນ​ຊີວິດ​ສັງຄົມ, ປະຕິບັດ​ເດືອນ​ຈຸດ​ສຸມ “​ເພື່ອ​ຄົນ​ທຸກ​ຍາກ“…..ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Huynh Dam ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊີ້​ແຈ້ງວ່າ:   “​ເມື່ອ​ໃດ​ພວກ​ເຮົາ​ບັນລຸ​ຈຸດໝາຍລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຮັບປະກັນ​ຊີວິດ​ສັງຄົມໄດ້, ​​ເວລານັ້ນປະ​ເທດ​ຊາດ​ຈຶ່ງ​ມີ​ການພັດທະນາ​ແບບ​ຍືນ​ຍົງ​. ພວກ​ເຮົາສຸມ​ທຸກ​ແຫຼ່ງກຳລັງ ​ເພື່ອ​ຊ່ວຍ​ເຫຼືອ​ຄອບຄົວ​ທຸກ​ຍາກ 3 ລ້ານ​ຄອບຄົວ, ສ້າງ​ການ​ຫັນປ່ຽນ, ຄວາມ​ຮັບຜິດຊອບ​ຂອງ​ທັງ​ລະບົບ​ການ​ເມືອງ. ພ້ອມ​ກັນນັ້ນ​ແມ່ນ​ການ​ຂົນຂວາຍ​ບັນດາ​ແຫຼ່ງກຳລັງ​ເພື່ອ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ໃຫ້​ແກ່​ຄົນ​ທຸກ​ຍາກ, ໜູນ​ຊ່ວຍ​ການ​ຮ່ຳຮຽນ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ຄົນ​ທຸກ​ຍາກ

   ປີ 2011, ບັ້ນຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ“ ​ໄດ້​ຂົນຂວາຍ​ບັນດາ​ກຸ່ມ​ເສດຖະກິດ, ບໍລິສັດ​ໃຫ່ຍ, ບັນດາ​ອົງການ​ຈັດຕັ້ງສາກົນ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ສະໜັບສະໜູນ​ບັນດາ​ແຫຼ່ງກຳລັງ​ໃຫ້​ແກ່​ຄົນ​ທຸກ​ຍາກ, ປະກອບສ່ວນ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບັນດາ​ເມືອງ​ທຸກ​ຍາກ​ຂອງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ