ຫວຽດນາມຕັ້ງໜ້າເຄື່ອນໄຫວຢູ່ກອງປະຊຸມຂອງສະພາສິດທິມະນຸດສປຊ
ບັນຫາ ຊີຣີ ຍາມໃດກໍ່ດຶງດູດຄວາມສົນໃຈຂອງສະພາສິດທິມະນຸດ
(ພາບ: AFP)
(vovworld) – ຕອນບ່າຍວັນທີ 26/9, ຢູ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ໄດ້ອັດກອງປະຊຸມນັດສາມັນຄັ້ງທີ 27 ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຮັບຮອງເອົາ ມະຕິ/ ຂໍ້ຕົກລົງ 32 ສະບັບ ແລະ ຖະແຫຼງການຂອງປະທານ 4 ສະບັບ. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫງວຽນຈູງແທ່ງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ເຊີແນວ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້. ນີ້ແມ່ນກອງປະຊຸມລັດສາມັນຄັ້ງທີ 3 ແລະ ກໍ່ແມ່ນກອງປະຊຸມສຸດທ້າຍໃນປີທຳອິດທີ່ ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍຖານະເປັນສະມາຊິກຂອງສະພາສິດທິມະນຸດ. ຄະນະຜູ້ແທນ ຫວຽດນາມ ປະກອບສ່ວນຢ່າງແທດຈິງ ແລະ ສ້າງສັນໃນທຸກໆບັນຫາທີ່ນຳມາປຶກສາຫາລືທີ່ກອງປະຊຸມ, ສືບຕໍ່ຢັ້ງຢືນກັບປະຊາຄົມໂລກຄວາມຕັດສິນໃຈຊຸກຍູ້ ແລະ ປົກປ້ອງສິດທິມະນຸດຂອງລັດຖະບານ ຫວຽດນາມ, ຍົກສູງນະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານກ່ຽວກັບການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ, ກໍ່ຄືແຜນນະໂຍບາຍເປັນເຈົ້າການ ແລະ ຕັ້ງໜ້າຮ່ວມມື ແລະ ເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດສິດທິມະນຸດ. ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ ໄດ້ມີບົດກ່າວປາໄສຕາງໜ້າໃຫ້ ອາຊຽນ ທີ່ວາລະໄຂ ແລະ ມີບົດກ່າວປາໄສທີ່ບັນດາວາລະປຶກສາຫາລືໄດ້ຮັບການຕີລາຄາສູງຈາກບັນດາປະເທດເຂົ້າຮ່ວມ.