ທ່ານ ພັນຕີ Adil Fichtali ແລະ ທ່ານ ພົນໂທ ຫວໍວັນຕ໋ວນ
(ພາບ: vtc.vn)
|
(vovworld) – ຕອນບ່າຍວັນທີ 24/10, ຢູ່ຮ່າໂນ້ຍ, ທ່ານ ພົນໂທ ຫວໍວັນຕ໋ວນ, ຮອງເສນາທິການການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ໃຫ້ການຕ້ອນຮັບຄະນະຝຶກຊ້ອນເຄື່ອນທີ່ ສປຊ ໂດຍທ່ານ ພັນຕີ Adil Fichtali, ຜູ້ອຳນວຍໂຄງລາຍການຝຶກແອບ, ຄະນະຝຶກຊ້ອນກົມຮັກສາສັນຕິພາບ ສປຊ ແລະ ກົມໜູນຊ່ວຍພື້ນທີ່ຕົວຈິງ ສປຊ, ຫົວໜ້າ ຄະນະຝຶກຊ້ອນເຄື່ອນທີ່ ສປຊ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ພົນໂທ ຫວໍວັນຕ໋ວນ ຢັ້ງຢືນວ່າ: ຫວຽດນາມ ຕີລາຄາສູງບົດບາດຂອງບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ປະກອບສ່ວນແກ້ໄຂບັນດາການປະທະກັນ ແລະ ການຂັດແຍ້ງຜ່ານມາດຕະການສັນຕິພາບ, ໜູນຊ່ວຍ ແລະ ຊ່ວຍເຫຼືອບັນດາປະເທດມີເງື່ອນໄຂພັດທະນາ, ພິເສດແມ່ນໃນສະພາບການຄວາມໝັ້ນຄົງພາກພື້ນ ແລະ ສາກົນສັບສົນຄືໃນປະຈຸບັນ, ມີຫຼາຍໄພນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ຢູ່ໃນໂລກ. ພັນຕີ Adil Fichtali ຢັ້ງຢືນວ່າຈະເຮັດວຽກຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບ ຫວຽດນາມ ກໍ່ສ້າງກຳລັງຮັກສາສັນຕິພາບຕອບສະໜອງໜ້າທີ່ຂອງ ສປຊ ໃນສະພາບການໃໝ່ເປັນຢ່າງດີ.